ເວລາ 12:29 ໂມງ ຂອງວັນທີ 24 ມັງກອນ 2024 ນີ້, ໜ່ວຍກູ້ຊີບອົງການກາແດງ ແຂວງຫລວງພະບາງ ໄດ້ຮັບແຈ້ງຈາກປະຊາຊົນວ່າມີອຸບັດຕິເຫດ ລົດບັນທຸກ 22 ລໍ້ເສຍຫລັກຕົກຫ້ວຍ ຢູ່ເສັ້ນທາງ ບ້ານ ຫ້ວຍເຮ້ຍ ເມືອງຊຽງເງິນ ແຂວງຫລວງພະບາງ, ສະນັ້ນໜ່ວຍກູ້ຊີບອົງການກາແດງ ໄດ້ອອກກວດສອບເຫດການ ພົບຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ມີອາການບາດເຈັບສົມຄວນ, ໜ່ວຍກູ້ຊີບໄດ້ປະຖົມ ພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ.