ສະຫວັນນະເຂດ ຈັດສັນຮ້ານຂາຍເຄື່ອງຕາມແຄມທາງເຂດຕະຫລາດຫລັກ 8 ເພື່ອຄວາມເປັນລະບຽບຮຽບຮ້ອຍ
ວັນທີ 16 ມັງກອນ 2024, ພະແນກອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ໄດ້ປຶກສາຫາລືກ່ຽວກັບການຫ້າມຂາຍເຄື່ອງ ແຄມທາງຫຼວງ-ທາງຊອຍ ຢູ່ເຂດຕະຫລາດຫລັກ 8 ບ້ານອຸດົມວິໄລ
ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ໄດ້ຍົກໃຫ້ເຫັນວ່າ: ຢູ່ຕະຫລາດແຫ່ງນີ້ ມີການຂາຍເຄື່ອງຢູ່ບໍລິເວນແຄມທາງ ລາມອອກມາຮອດແຄມທາງເລກ 9 ເຮັດໃຫ້ມີຄວາມສັບສົນ, ແອອັດໃນການສັນຈອນ ເພາະວ່າຢູ່ບໍລິເວນດັ່ງກ່າວ ມີທາງ 3 ແຍກຢູ່ຫລາຍຈຸດໃກ້ກັນ, ອາດສ່ຽງຕໍ່ການເກີດອຸບັດເຫດຕາມທ້ອງຖະໜົນ ໂດຍມອບໃຫ້ຫ້ອງວ່າການນະຄອນ ອອກແຈ້ງການກ່ຽວກັບ ການຫ້າມຂາຍເຄື່ອງຢູ່ບໍລິເວນດັ່ງກ່າວນີ້ຢ່າງເດັດຂາດ, ຈາກນັ້ນ ມອບໃຫ້ຄະນະກຳມະ ການຈັດສັນ ຄວາມເປັນລະບຽບ ຮຽບຮ້ອຍຂັ້ນນະຄອນ ຈົ່ງເອົາໃຈໃສ່ຊຸກຍູ້ຢ່າງຈິງຈັງ ໃນການຂົນ ຂວາຍໃຫ້ແມ່ຄ້າຂາຍເຄື່ອງຢູ່ບໍລິເວນນັ້ນໄດ້ເຂົ້າໃຈ,
ພ້ອມນັ້ນ ກໍຫ້າມທຸກພາກສ່ວນບໍ່ໃຫ້ເກັບຄ່າເຊົ່າ ນຳແມ່ຄ້າຢູ່ບໍລິເວນນັ້ນເດັດຂາດ, ສ່ວນເຈົ້າຂອງຕະຫຼາດຫຼັກ 8 ໃຫ້ຮີບຮ້ອນເລັ່ງໂຄງການກໍ່ສ້າງອາຄານຕະຫຼາດ ໃຫ້ສຳເລັດໃນເດືອນກຸມພາໜ້ານີ້ ເພື່ອຮອງຮັບຮ້ານຂາຍເຄື່ອງທີ່ຈະຍົກຍ້າຍອອກ ແລະ ຕ້ອງຈັດສັນບ່ອນຂາຍເຄື່ອງຊົ່ວຄາວໃຫ້ເຂົາເຈົ້າໃໝ່ໃຫ້ມີບ່ອນທຳມາຫາກິນຕໍ່ໄປ, ເຊິ່ງການຈັດສັນຄັ້ງນີ້ ແມ່ນຈະໃຫ້ສຳເລັດໃນທ້າຍເດືອນມັງກອນນີ້.
ທັງນີ້, ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ລະເມີດກົດໝາຍທາງຫຼວງ ພ້ອມທັງຫຼີກລ່ຽງຕໍ່ການເກີດບັດເຫດ.

