ປີ 2024 ຈະຂຶ້ນທະບຽນອອກໃບຕາດິນ ໃນຂອບເຂດທົ່ວປະເທດໃຫ້ໄດ້ 300.000 ຕອນ

ວັນທີ 16 ມັງກອນ 2024, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ດຳເນີນ ກອງປະຊຸມສະຫລູບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024, ເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ກອງປະຊຸມໄດ້ລາຍງານທິດທາງຄາດໝາຍສູ້ຊົນ ປີ 2024 ບາງໜ້າວຽກຄື: ສູ້ຊົນຈັດຕັັ້ງປະຕິບັດວຽກງານ ຂື້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໃຫ້ໄດ້ 300.000 ຕອນ, ສືບຕໍ່ຫັນລະບົບການຄຸ້ມຄອງທີິ່ດິນໃຫ້ເປັນທັນສະໄໝ ໂດຍນໍາໃຊ້ລະບົບ ດີຈີຕ໋ອນ; ຈັດຕັັ້ງເຜີຍແຜ່ ແລະ ຊຸກຍູ້ ການນໍາໃຊ້ແຜນຈັດສັນທີິ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມແບບຮອບດ້ານ ຂັັ້ນແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ ສ້າງສະຖານີອຸຕຸນິຍົມໃໝ່ 30 ແຫ່ງ ແລະ ສະຖານີວັດແທກຄຸນນະພາບອາກາດຢ່າງໜ້ອຍໃຫ້ໄດ້ 4 ແຫ່ງ; ສືບຕໍ່ສ້າງແຜນຄຸ້ມຄອງອ່າງຮັບນໍໍ້າຂະໜາດໃຫຍ່ ຈໍານວນ 2 ອ່າງຮັບນໍໍ້າ ແລະ ສ້າງແຜນຄຸ້ມຄອງອ່າງຮັບນໍໍ້າຂະໜາດກາງ ຈໍານວນ 17 ອ່າງ ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ;
ຄຽງຄູ່ກັນນີ້ ຈະນໍາສະເໜີ ລັດຖະບານ ພິຈາລະນາຮັບຮອງສະບັບສົມບູນ ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ (NAP) ແລະ ສ້າງແຜນງານແຫ່ງຊາດການປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ສະບັບທີ 3 ( 3 rd NDC) ເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງໃນປີ 2025; ປະສານສົມທົບ ແລະ ສະໜັບສະໜູນຂະແໜງການກ່ຽວຂ້ອງ ກໍ່ສ້າງ ແລະ ປັບປຸງໂຄງລ່າງພື້ນຖານ ສະໜາມຂີ້ເຫຍື້ອທີິ່ໄດ້ມາດຕະຖານໃນຂອບເຂດທົ່ວປະເທດ ຢ່າງໜ້ອຍ 5 ຈຸດ ໃນຕົວເມືອງໃຫຍ່.