ປີ 2023 ມີນັກໂທດໄດ້ຮັບການອະໄພຍະໂທດ 1.800 ກວ່າຄົນ

ໜັງສືພິມຄວາມສະຫງົບລາຍງານ: ວັນທີ 16 ມັງກອນ 2024 ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫລຸບວຽກງານອະໄພຍະໂທດ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມປະຈຳປີ 2024, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ.

 

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024 ວ່າ: ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ປະຈໍາປີ 2023 ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 219/ປປທລົງວັນທີ 21 ພະຈິກ 2023 ຄື:

ນັກໂທດທີ່ໄດ້ຮັບເງື່ອນໄຂຫລຸດຜ່ອນໂທດ ທັງໝົດ 1.602 ຄົນ ຍິງ 200 ຄົນ, ຕ່າງປະເທດ 13 ຄົນ, ນັກໂທດຕະຫລອດຊີວິດ 4 ຄົນ ຍິງ 2 ຄົນຄື: ນັກໂທດຄະດີຢາເສບຕິດ 1.554 ຄົນ ຍິງ 188 ຄົນ, ຕ່າງປະເທດ 13 ຄົນ, ນັກໂທດຄະດີທົ່ວໄປ 48 ຄົນ ຍິງ 12 ຄົນ.

ນັກໂທດທີ່ໄດ້ຮັບເງື່ອນໄຂປ່ອຍຕົວ ມີທັງໝົດ 222 ຄົນ ຍິງ 38 ຄົນ, ຕ່າງປະເທດ 3 ຄົນ ຄື: ນັກໂທດຄະດີຢາເສບຕິດ 213 ຄົນ ຍິງ 37 ຄົນ ຕ່າງປະເທດ 3 ຄົນ, ນັກໂທດຄະດີທົ່ວໄປຈໍານວນ 9 ຄົນ ຍິງ 1 ຄົນ.

ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ໄດ້ຮັບອະໄພຍະໂທດມາເປັນໂທດຕັດອິດ ສະລະພາບຕະຫລອດຊີວິດ ມີທັງໝົດ 9 ຄົນ ຍິງ 2 ຄົນ ເຊິ່ງເປັນນັກໂທດຄະດີຢາເສບຕິດທັງໝົດ.

 

ໃນກອງປະຊຸມ ພົອ ວິໄລ ຫລ້າຄຳຟອງ ຍັງໄດ້ເນັ້ນໃຫ້ບັນດາຄະນະກໍາມະການອະໄພຍະໂທດຂັ້ນຕ່າງໆ ແລະ ບັນດາກອງເລຂາຄະນະກໍາມະການອະໄພຍະໂທດ ເອົາໃຈເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ ໂດຍການເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີຂໍ້ມູນທີ່ຊັດເຈນຮັບໃຊ້ເຂົ້າໃນການຄົ້ນຄວ້າ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ ໂດຍສະເພາະບັນດາເງື່ອນໄຂ, ຂັ້ນຕອນ ແລະ ລະບຽບການພິຈາລະນາ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດໂຕດີ ແລະ ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ; ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງຈຳນວນໜຶ່ງທີ່ຄະນະຮັບຜິດຊອບແຕ່ລະຂັ້ນ ໄດ້ປະສົບພົບພໍ້ໃນເວລາຈັດຕັ້ງປະຕິບັດຕົວຈິງ ແລະ ຕາມການຕີລາຄາຂອງກອງປະຊຸມໃນມື້ນີ້ ເຮັດໃຫ້ບັນຫາທີ່ຫຍຸ້ງຍາກຕ່າງໆໄດ້ຮັບການແກ້ໄຂຢ່າງຖືກຕ້ອງຕາມຈິດໃຈບຸກທະລຸ ແລະ ການຫັນປ່ຽນທີ່ດີຂຶ້ນກວ່າເກົ່າ.