ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດປະຫານຊີວິດ ຈຳເລີຍ 2 ຄົນ ໃນຂໍ້ຫາ ຂົນສົ່ງຢາໄອສ໌ 25 ເປົາ

ວັນທີ 8 ມັງກອນ 2024 ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີກ່ຽວຢາເສບຕິດ ຈໍາເລີຍ 2 ຄົນຄື: ທ້າວ ວົວວ່າງ ອາຍຸ 25 ປີ ຢູ່ບ້ານ ຈອມຈຸກ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ທ້າວ ຈົງຈົວວື່ ອາຍຸ 50 ປີ ຢູ່ບ້ານ ນາໄຊ ເມືອງ ຜາໄຊ ແຂວງຊຽງຂວາງ ທັງສອງຖືກກັກຕົວ ໃນວັນທີ 10 ສິງຫາ 2019 ໃນຂໍ້ຫາ ຂົນສົ່ງຢາໄອສ໌ 25 ເປົາ. ສານປະຊາຊົນແຂວງວຽງຈັນ ຕັດສິນໃນສະຖາອາຍາຂັ້ນຕົ້ນ ໂດຍຊ່ອງໜ້າຈຳເລີຍທັງ 2 ທີ່ມີຄວາມຜິດໃນສະຖານ ຂົນສົ່ງຢາໄອສ໌.
ດັັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດປະຫານຊີວິດ ແລະ ມອບກາງຢາໄອສ໌ 25 ເປົາ ໃຫ້ພາກສ່ວນກ່ຽວຂ້ອງທຳລາຍຖິ້ມ, ສ່ວນລົດໂຕໂຍຕາ ປຣາໂດ ສີຂາວ ໝາຍເລກທະບຽນ ຮກ 7999 ກຳແພງນະຄອນ ໂທລະສັບ ໂນເກຍ ສີດຳ 1 ໜ່ວຍ, ໂທລະສັບ ຢູນິເທວ 1 ໜ່ວຍ, ເງິນ 1.000.000 ກີບ, ເງິນບາດ 5.000 ບາດ ມອບເຂົ້າເປັນຂອງລັດ.

