ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຊີ້ນຳການຊ້ອມຮົບຍິງສະແດງລູກປືນແທ້ ກຽມສະຫລອງວັນສ້າງຕັ້ງກອງທັບປະຊົນລາວ ຄົບຮອບ 75 ປີ

ວັນທີ 12 ມັງກອນ 2024 ນີ້, ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳລວມ ໄດ້ເຄື່ອນໄຫວຊີ້ນຳການຫັດແອບສະແດງຍິງລູກປືນແທ້ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດຳ.
ໂອກາດນີ້, ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ, ເນັ້ນໃຫ້ບັນດາສະຫາຍຄະນະຊີ້ນຳແຕ່ລະຂັ້ນ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງສະຖານທີ່ບາງຈຸດ, ບາງບ່ອນທີ່ບໍ່ທັນເໝາະສົມເຮັດໄປຕາມແຜນທີ່ໄດ້ກຳນົດໄວ້, ສ່ວນການຈັດວາງກ້ອນກຳລັງ, ພາຫະນະ, ວຽກງານປະດັບປະດາ, ຄວນປັບປຸງໃຫ້ຖືກ ຕ້ອງຕາມການຊີ້ນຳ ແລະ ເອກະພາບໃນແຕ່ລະຂັ້ນຕອນ, ເຮັດແນວໃດໃຫ້ຖືກຕ້ອງຕາມລະບຽບຫລັກ ການ, ຖືກກັບສະພາບຕົວຈິງ, ມີຄວາມສວຍງາມ.
ຈາກນັ້ນ, ກໍໄດ້ກວດກາເບິ່ງການຈັດວາງຫັດແອບແຕ່ລະພາກສ່ວນ ຢູ່ພາກສະໜາມ ແລະ ຮຽກຮ້ອງໃຫ້ຄະນະຊີ້ນຳຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບກັນແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, ຈຳນວນພົນ ແຕ່ລະເຫລົ່າຮົບ ຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສຳເລັດບັນລຸຄາດໝາຍ ແລະ ມີຄວາມປອດໄພ 100%.
ຂ່າວ: ໜັງສືພິມປ້ອງກັນປະເທດ

