ສ.ເກົາຫລີ ຜ່ານຮ່າງກົດໝາຍ ຫ້າມຄ້າຂາຍ-ບໍລິໂພກຊີ້ນໝາ

ວັນທີ 9 ມັງກອນ, ລັດຖະສະພາ ສ.ເກົາຫລີ ຜ່ານຮ່າງກົດໝາຍພິເສດໃນການສັ່ງຫ້າມຄ້າຂາຍ ແລະ ບໍລິໂພກຊີ້ນໝາພາຍໃນປະເທດ.
ຮ່າງກົດໝາຍດັ່ງກ່າວຫ້າມການຂ້າ ແລະ ປະສົມພັນໝາເພື່ອນໍາມາເປັນອາຫານ ລວມທັງການຄ້າຂາຍ ແລະ ການຈໍາໜ່າຍຊີ້ນໝາເພື່ອບໍລິໂພກຂອງມະນຸດ ໂດຍຜູ້ຝ່າຝືນອາດມີໂທດຕິດຄຸກສູງສຸດ 3 ປີ ຫລື ປັບໄໝສູງສຸດ 30 ລ້ານວອນ.
ທັງນີ້, ຮ່າງກົດໝາຍດັ່ງກ່າວຈະກາຍເປັນຂໍ້ກົດໝາຍເມື່ອຄະນະລັດຖະບານອະນຸມັດ ແລະ ມີການລົງນາມຈາກປະທານາທິບໍດີ ໂດຍກົດໝາຍຈະມີຜົນບັງຄັບໃຊ້ຫລັງຈາກພົ້ນໄລຍະຜ່ອນຜັນ 3 ປີ.

