ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ ສົ່ງເສີມສີໄມ້ລາຍມືທີ່ເປັນເອກະລັກດ້ານການຕໍ່າຫູກທໍໄໝ ແລະ ຮີດຄອງປະເພນີອັນດີງາມ

ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ປີທ່ອງທ່ຽວລາວ 2024 ຢູ່ແຂວງຫົວພັນ ຈະຈັດທັງໝົດ 8 ກິດຈະກໍາ ໂດຍກໍານົດເອົາການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ເປັນກິດຈະກໍາລະດັບຊາດ, ສ່ວນພິທີເປີດປີທ່ອງທ່ຽວລາວຂອງແຂວງຫົວພັນຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ມັງກອນ 2024 ຊື່ງປະກອບມີຫລາຍກິດຈະກໍາທີ່ໜ້າສົນໃຈ ເພື່ອໃຫ້ນັກທ່ອງທ່ຽວໄດ້ສໍາຜັດ ແລະ ທ່ຽວຊົມ ເປັນຕົ້ນການສະແດງສິລະປະ ສະໝັກຫຼິ້ນ, ຍ່າງມາຣາທອນເພື່ອສຸຂະພາບ, ງານປະກວດອາຫານຂອງບັນດາເຜົ່າ, ງານວາງສະແດງສິນຄ້າໂອດ໊ອບ ແລະ ງານຕະຫຼາດນັດ, ຖ່າຍຮູບຢູ່ສວນສາທາລະນະຫົວພັນ-ກວາງນິງ ແລະ ສວນດອກຊາກຸຣະ, ກິດຈະກຳແຂ່ງຂັນກິລາພື້ນເມືອງ, ບຸນກິນຈຽງເຜົ່າມົ້ງບ້ານຫົວຄັງ ແລະ ກິດຈະກຳອື່ນໆ, ເພື່ອຮອງຮັບນັກທ່ອງທ່ຽວໃນໂອກາດປີທ່ອງທ່ຽວລາວ 2024 ນີ້ ອົງການປົກຄອງແຂວງໄດ້ເອົາໃຈໃສ່ປັບປຸງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງໃຫ້ມີຄວາມສະດວກ, ປັບປຸງໂຮງແຮມ ເຮືອນພັກໃຫ້ໄດ້ມາດຕະຖານ ໂດຍໄດ້ອະນຸຍາດໃຫ້ບໍລິສັດເອກະຊົນຂອງຕ່າງປະເທດເຂົ້າມາພັດທະນາເພື່ອສ້າງໂຮງແຮມສູງ 12 ຊັ້ນໃນລະດັບ 5 ດາວຢູ່ເທສະບານແຂວງ ຊື່ງຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້ ພ້ອມທັງເນັ້ນໜັກໃຫ້ອົງການປົກຄອງທ້ອງຖີ່ນ ກຽມຄວາມພ້ອມເປັນເຈົ້າພາບທີ່ດີຕ້ອນຮັບແຂກກໍ່ຄືນັກທ່ອງທ່ຽວດ້ວຍໄມຕີຈິດມິດຕະພາບ ເພື່ອໃຫ້ນັກທ່ຽວປະທັບໃຈທີ່ສຸດເມື່ອມາທ່ຽວຫົວພັນ.
ພ້ອມທັງຮຽກຮ້ອງໃຫ້ອົງການປົກທ້ອງຖີ່ນ ແລະ ປະຊາຊົນພາຍໃນແຂວງສົ່ງເສີມສີໄມ້ ລາຍມືທີ່ເປັນເອກະລັກດ້ານການຕໍ່າຫູກທໍໄໝ ແລະຮີດຄອງປະເພນີອັນດີງາມ ຄຽງຄູ່ກັບການປົກປັກຮັກສາສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດ ເປັນທ່າແຮງສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າໄປທ່ຽວຫົວພັນໃນໂອກາດປີທ່ອງທ່ຽວລາວ 2024 ນີ້.

