ພະເທບຣັດຕະນະ ຣາຊສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 12 ມັງກອນ 2024

ແຈ້ງການຂອງກະຊວງການຕ່າງປະເທດ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຕະນະຣາຊສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫລີມສະຫລອງ ຄົບຮອບ 30 ປີ ການສ້າງຕັ້ງສູນພັດທະນາ ແລະ ການບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ໃນວັນທີ 12 ມັງກອນ 2024ນີ້ ເພື່ອສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.