ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ

ວັນທີ 29 ກັນຍານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮ້ັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງທ່ານລັດຖະມົນຕີກະຊວງການຄ້າ ອາເມລິການ ພ້ອມດ້ວຍຄະນະ ໃນຄັ້ງນີ້ອັນເປັນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີຂອງສອງປະເທດ ລະຫວ່າງ ສປປ ລາວ-ອາເມລິກາ ໃຫ້ມີໝາກມີຜົນ ແລະ ປະສິດທິພາບສູງຂຶ້ນ, ໂດຍສະເພາະເປັນການຜັນຂະຫຍາຍຜົນຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມຂອງອະດີດປະທານາທິບໍດີ ບາລັກ ໂອບາມາ ໃນປີ 2016ຜ່ານມາ, ຊຶ່ງໄດ້ເປັນຂີດໝາຍອັນດີໃນການພົວພັນຮ່ວມມື ລະຫວ່າງ ລາວ-ອາເມລິກາ ແລະ ໄດ້ມີຖະແຫລງການຮ່ວມທີ່ມີເຈດຈຳນົງ ກ່ຽວກັບການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານອາເມລິກາ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫລືອທາງດ້ານວິຊາການ, ການສະໜັບສະໜູນ ສປປ ລາວ ເພື່ອເຂົ້າເປັນສະມາຊິກອົງການການຄ້າໂລກ, ການໃຫ້ທຶນຊ່ວຍເຫລືອເພື່ອເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ, ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຮັບຊາບ ໂດຍສະເພາະການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ການບໍລິການ, ການລົງທຶນຜ່ານປະຕູດຽວ, ພ້ອມທັງ ສະເໜີມາຍັງລັດຖະບານສະຫະລັດອາເມລິກາ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ຊຸກຍູ້ຊ່ວຍເຫລືອ ສປປ ລາວ ຕໍ່ໄປໂດຍສະເພາະແມ່ນການເພີ່ມບໍລິມາດການຄ້າຂອງສອງປະເທດໃຫ້ມີປະລິມານສູງຂຶ້ນ.
ໃນໂອກາດດຽວກັນ, ທ່ານ Wilbur Ross ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານນາຍົກລັດຖຸະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຂໍຂອບໃຈມາຍັງລັດຖະບານລາວທີ່ໄດ້ໃຫ້ການສະໜັບສະໜູນ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຂອງອາເມລິກາໃນໄລຍະທີ່ຜ່ານມາ.

