ຮອງປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫລັກແຫລ່ງກອງພັນໃຫຍ່ລົດຕັງ-ຍານເກາະ 661 ໃຫ້ເອົາໃຈໃສ່ຫລາຍບັນຫາທີ່ສຳຄັນ

ວັນທີ 5 ມັງກອນ 2024, ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມພົບປະໂອ້ລົມພະນັກງານຫລັກແຫລ່ງກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024).
ພັອ ຄຳປານ ແພງພັນ ຫົວໜ້າການເມືອງກອງພັນໃຫຍ່ລົດຕັງ-ຍານເກາະ 661 ລາຍງານວ່າ: ກອງພັນໃຫຍ່ລົດຕັງ-ຍານເກາະ 661 ສ້າງ ຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລາ 2016, ເຊິ່ງຕະຫລອດໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດສວຍກງານໄປຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງວາງອອກ ຕິດພັນກັບໜ້າທີ່ວິຊາສະເພາະຂອງເຫລົ່າຮົບ ແລະ ໜ້າທີ່ການເມືອງຂອງກົມກອງ ເຊິ່ງສະແດງອອກຄື: ເຂົ້າຮ່ວມຊ້ອມຮົບທຸກຄັ້ງທີ່ກະຊວງປ້ອງກັນປະເທດຈັດຂຶ້ນ, ພິເສດໄດ້ຊ້ອມຮົບຮ່່ວມລົດຕັງ ລາວ-ຣັດເຊຍ ຣັດເຊຍ-ລາວ 3 ຄັ້ງ, ໄປແຂ່ງຂັນກິລາການທະຫານນາໆຊາດ (ແຂ່ງລົດຕັງ) ຢູ່ສະຫະພັນຣັດເຊຍ 6 ຄັ້ງ, ໂດຍຄັ້ງທີ 4 ສາມາດຍາດມາໄດ້ທີ 2 ຂອງກຸ່ມ, ເຂົ້າຮ່ວມຕ້ານໄພພິບັດທຳມະຊາດຕາມຄຳສັ່ງຂອງຂັ້ນເທິງ, ເຂົ້າຮ່ວມໂຄງການ 01728 ແລະ ເຂົ້າຮ່ວມປ້ອງກັນບັນດາວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ, ມີຜົນງານສຳເລັດໃນການປັບປຸງກໍ່ສ້າງກົມກອງຢ່າງຮອບດ້ານ.
ພົທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ທັງມີຄຳເຫັນໂອ້ລົມຕໍ່ແລະ ເນັ້ນຫລາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນການຮັກສາມູນເຊື້ອອັນດີງາມ ແລະ ສືບຕໍ່ນຳພາ-ຊີ້ນຳພະນັກງານ, ນາຍ ແລະ ພົນທະຫານ, ສ້າງຜົນງານນັບມື້ດີຂຶ້ນເລື້ອຍໆ, ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ອື່ນໆ.

