ມຽນມາອະໄພຍະໂທດໃຫ້ນັກໂທດ 9 ພັນກວ່າຄົນ ເນື່ອງໃນວັນປະກາດອິດສະຫລະພາບ

ວັນທີ 4 ມັງກອນຜ່ານມາ, ສະພາບໍລິຫານແຫ່ງລັດຂອງມຽນມາ ມີຄໍາສັ່ງອະໄພຍະໂທດໃຫ້ນັກໂທດ 9.000 ກວ່າຄົນ ເນື່ອງໃນຄົບຮອບ 76 ປີ ວັນປະກາດອິດສະຫລະພາບຂອງມຽນມາ.

ຄໍາສັ່ງດັ່ງກ່າວລະບຸວ່າ: ນັກໂທດຊາວມຽນມາ 9.652 ຄົນ ແລະ ນັກໂທດຈາກປະເທດອື່ນໆ 114 ຄົນ ໄດ້ຮັບການອະໄພຍະໂທດເພື່ອຄວາມສະຫງົບສຸກຂອງປະຊາຊົນ ແລະ ເປັນໄປຕາມຫລັກມະນຸດສະທໍາ.

ທັງນີ້, ໃນປີຜ່ານມາ ມຽນມາໄດ້ອະໄພຍະໂທດໃຫ້ນັກໂທດ 7.012 ຄົນ ເນື່ອງໃນວັນຄົບຮອບ 75 ປີ ວັນປະກາດອິດສະຫລະພາບ ແລະ ໄດ້ອະໄພຍະໂທດໃຫ້ນັກໂທດ 7.000 ກວ່າຄົນ ເນື່ອງໃນວັນອາສາຫະບູຊາ ເຊິ່ງເປັນວັນສໍາຄັນທາງພຸດທະສາສະໜາ ໃນວັນທີ 1 ສິງຫາປີຜ່ານມາ.