UN ເຕືອນເຂດກາຊາຖືກອິດສະລາແອນໂຈມຕີທຸກວັນ ບໍ່ແມ່ນເຂດທີ່ຢູ່ອາໄສອີກຕໍ່ໄປ

ເຈົ້າໜ້າທີ່ລະດັບສູງຂອງສະຫະປະຊາຊາດ ກ່າວວ່າ: ເຂດກາຊາບໍ່ແມ່ນພື້ນທີ່ເໝາະສໍາລັບການຢູ່ອາໄສອີກຕໍ່ໄປ ທ່າມກາງຄວາມສ່ຽງຈາກກອງທັບອິດສະລາແອນໂຈມຕີທຸກວັນ.

ວັນທີ 6 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການ ການໂຈມຕີທາງອາກາດຕໍ່ເປົ້າໝາຍຫລາຍກວ່າ 100 ແຫ່ງຢູ່ເຂດກາຊາ ໃນວັນທີ 5 ມັງກອນຜ່ານມາ. ຂະນະທີ່ກະຊວງສາທາລະນະສຸກປາແລັສຕິນລາຍງານວ່າ: ໃນວັນດັ່ງກ່າວມີຜູ້ເສຍຊີວິດຢ່າງໜ້ອຍ 162 ຄົນ ເຊິ່ງເປັນຜົນຈາກການໂຈມຕີເຂດກາຊາຂອງກອງທັບອິດສະລາແອນ ເພີ່ມຈໍານວນຜູ້ເສຍຊີວິດສະສົມນັບແຕ່ສົງຄາມເລີ່ມຂຶ້ນ ເປັນ 22.600 ກວ່າຄົນ ນັບແຕ່ວັນທີ 7 ຕຸລາ 2023.

ທ່ານ ມາຣຕິນ ກຣິບຟິ ຜູ້ຊ່ວຍດ້ານກິດຈະການມະນຸດສະທໍາຂອງເລຂາທິການສະຫະປະຊາຊາດ (UN) ກ່າວວ່າ: ບັນຍາກາດຢູ່ເຂດກາຊາໃນເວລານີ້ ບໍ່ແມ່ນສະຖານທີ່ທີ່ເໝາະສົມສໍາລັບຢູ່ອາໄສອີກຕໍ່ໄປ, ປະຊາຊົນໃນພື້ນທີ່ຕ້ອງຜະເຊີນຄວາມສ່ຽງລະດັບຮ້າຍແຮງຕໍ່ການດໍາລົງຊີວິດໃນແຕ່ລະວັນ, ແຕ່ປະຊາຄົມໂລກຍັງເມີນເສີຍ.

ຂະນະທີ່ສໍານັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດ ສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA) ລາຍງານສະຖານະການຢູ່ເມືອງຣາຟາ ໜຶ່ງໃນເມືອງໃຫຍ່ທາງຕອນໃຕ້ຂອງເຂດກາຊາ ແອອັດໄປດ້ວຍປະຊາກອນຫລາຍກວ່າ 1,3 ລ້ານຄົນ, ແຕ່ເນື້ອທີ່ຂອງເມືອງຮອງຮັບຜູ້ຢູ່ອາໄສໄດ້ປະມານ 250.000 ຄົນເທົ່ານັ້ນ.