ໄທ ຈະຍົກເວັ້ນວີຊ່າຖາວອນແກ່ພົນລະເມືອງຈີນ ຕັ້ງແຕ່ ວັນທີ 1 ມີນາ ເປັນຕົ້ນໄປ

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີໄທ ປະກາດວ່າ: ໄທ ຈະຍົກເລີກຂໍ້ກຳນົດ ດ້ານວີຊ່າ ໃຫ້ແກ່ພົນລະເມືອງຈີນ ເປັນການຖາວອນ ຕັ້ງແຕ່ ວັນທີ 1 ມີນາ ເປັນຕົ້ນໄປ ຊຶ່ງມີການຖະແຫລງຂ່າວ ຫລັງກອງປະຊຸມ ຄະນະລັດຖະມົນຕີ ໃນທຳນຽບ ລັດຖະບານລະບຸກ່ອນໜ້ານີ້ ໄດ້ດຳເນີນນະໂຍບາຍ ຍົກເວັ້ນວີຊ່າໃຫ້ແກ່ນັກເດີນທາງ ຈາກ ສປ ຈີນ ເປັນການ ຊົ່ວຄາວ ຊຶ່ງຈະສິ້ນສຸດ ໃນວັນທີ 29 ກຸມພາ 2024 ນີ້.

ປັດຈຸບັນ ລັດຖະບານໄທ ຕັດສິນໃຈ ຈະດຳເນີນ ນະໂຍບາຍ ຍົກເວັ້ນວີຊ່າ ແກ່ພົນລະເມືອງ ຈີນ ເປັນການຖາວອນ ຕັ້ງແຕ່ເດືອນມີນາ, ຫລັງຈາກ ປຶກສາຫາລືກັບໜ່ວຍງານ ທາງການທີ່ກ່ຽວຂ້ອງຂອງ ສປ ຈີນ. ຊຶ່ງມາດຕະການນີ້ ຈະຊ່ວຍສົ່ງເສີມ ອຸດສາຫະກຳ ການທ່ອງທ່ຽວ ຂອງໄທ ແລະ ພັດທະນາ ຄວາມສຳພັນ ມິດຕະພາບລະຫວ່າງ ສອງປະເທດ ເພີ່ມຂຶ້ນ. ຂະນະທີ່ ໄທ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນປີ 2023 ສູງເຖິງ 28 ລ້ານເທື່ອຄົນ,ໃນນັ້ນ ມາຈາກ ມາເລເຊຍ ປະມານ 4,4 ລ້ານເທື່ອຄົນ ແລະ ຈາກ ສປ ຈີນ 3,4 ລ້ານເທື່ອຄົນ. ໂດຍ ສອງປະເທດນີ້ ເປັນແຫລ່ງ ນັກທ່ອງທ່ຽວ ຂະໜາດໃຫຍ່ ທີ່ສຸດ ຂອງໄທ.