ສາທາລະນະສຸກ ແຂວງຄຳມ່ວນ ທຳລາຍຢາພື້ນເມືອງປະເພດນ້ຳດຳທີ່ປຸງແຕ່ງບໍ່ຖືກວິທີ ແລະ ປົນເປື້ອນສານສະເຕລອຍ

ວັນທີ 4 ມັງກອນ 2024 ນີ້, ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ທຳລາຍຢາປະເພດນ້ຳດຳ ເຊິ່ງເປັນຢາພື້ນເມືອງ ທີ່ປຸງແຕ່ງບໍ່ຖືກວິທີ ແລະ ມີສານສະເຕລອຍ ປົນເປື້ອນ (ສານສະເຕລອຍ ເປັນສານຕ້ອງຫ້າມ ), ທີ່ກວດພົບຢູ່ຮ້ານຄ້າ ຂາຍຢາພື້ນເມືອງທົ່ວໄປ ນຳມາທຳລາຍດ້ວຍການຖອກຖິ້ມ.
ຢາພື້ນເມືອງດັ່ງກ່າວ ແມ່ນເປັນຢາທີ່ປະຊາຊົນມັກຊື້ມາກິນ, ເຊິ່ງໃນໄລຍະທຳອິດຈະເຮັດໃຫ້ກິນເຂົ້າແຊບ ແລະ ເຮັດໃຫ້ຕຸ້ຍຂຶ້ນ, ແຕ່ສຸດທ້າຍຜົນຕາມມາຄືໄຂ່ຫລັງບວມ, ໄຂ່ຫລັງຊຸດໂຊມ ຖ້າກິນຕິດຕໍ່ກັນໄລຍະຍາວ ອາດຈະເຮັດໃຫ້ໄດ້ຟອກໄຂ່ຫລັງ ທັງເຮັດໃຫ້ລຳໄສ້ບາງ ແລະ ຊອດໄດ້.

