ເກີດເຫດລະເບີດ 2 ຄັ້ງໃກ້ສຸສານອະດີດນາຍພົນສຸໄລມານີ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ

ສື່ທາງການອີຣານລາຍງານວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 103 ຄົນ ແລະ ບາດເຈັບ 141 ຄົນ ພາຍຫລັງເກີດເຫດລະເບີດຕໍ່ເນື່ອງ 2 ຄັ້ງ ຢູ່ບໍລິເວນໃກ້ສຸສານຂອງອະດີດນາຍພົນ ກໍເຊັມ ສຸໄລມານີ ອະດີດຜູ້ບັນຊາການກອງກໍາລັງພິທັກປະຕິວັດອິສລາມ ຢູ່ເມືອງເຄີມານ ທາງຕາເວັນອອກສຽງໃຕ້ຂອງອີຣານ.

ໂດຍເຫດລະເບີດເກີດຂຶ້ນລະຫວ່າງພິທີລະນຶກຄົບຮອບ 4 ປີ ການເສຍຊີວິດຂອງອະດີດນາຍພົນ ສຸໄລມານີ ທີ່ຖືກໂດຣນຂອງອາເມລິກາສັງຫານໃນປີ 2020 ເຊິ່ງມີປະຊາຊົນໄປຮ່ວມພິທີຫລາຍຮ້ອຍຄົນ.

ເບື້ອງຕົ້ນທາງການອີຣານລະບຸວ່າ: ເຫດລະເບີດທີ່ເກີດຂຶ້ນເປັນການໂຈມຕີຂອງກຸ່ມກໍ່ການຮ້າຍ ໂດຍເປັນການຈູດສະນວນຈາກໄລຍະໄກ. ຂະນະທີ່ຍັງບໍ່ມີກຸ່ມຕິດອາວຸດກຸ່ມໃດອອກມາສະແດງຄວາມຮັບຜິດຊອບໃນການກໍ່ເຫດ.

ວິດີໂອທີ່ເຜີຍແພ່ໂດຍສື່ທ້ອງຖິ່ນຂອງອີຣານ ສະແດງໃຫ້ເຫັນພາບຮ່າງຜູ້ເສຍຊີວິດຫລາຍສິບຄົນ ແລະ ຝູງຊົນທີ່ພະຍາຍາມຊ່ວຍຜູ້ລອດຊີວິດ ເຊິ່ງຫລາຍຄົນແລ່ນໜີອອກຈາກພື້ນທີ່ດ້ວຍຄວາມຢ້ານກົວ ໂດຍເຈົ້າໜ້າທີ່ກູ້ໄພໄດ້ເຂົ້າຊ່ວຍເຫລືອ ແລະ ທະຍອຍນໍາເອົາຜູ້ບາດເຈັບສົ່ງໂຮງໝໍແລ້ວ.

ອ້າງອີງ: