ໄຊສົມບູນ ກຳນົດເອົາ 4 ຈຸດພື້ນທີ່ ທີ່ເຫັນວ່າເໝາະສົມເປັນແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ

ວັນທີ 3 ມັງກອນ 2024 ນີ້, ແຂວງໄຊສົມບູນ ຈັດກອງປະຊຸມປຶກສາຫາລື, ຄົ້ນຄວ້າຊອກຫາແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ, ເພື່ອເຫັນໄດ້ເຖິງຄວາມໝາຍ-ຄວາມສຳຄັນຂອງວຽກງານການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໂດຍສະເພາະກໍຄື ການພັດທະນາການທ່ອງທ່ຽວ.
ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ກ່າວວ່າ: ຜ່ານການ ປຶກສາຫາລື, ຄົ້ນຄວ້າຊອກຫາແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ ໄດ້ເຫັນດີ ເປັນເອກະພາບ ກຳນົດເອົາບັນດາພື້ນທີ່ ທີ່ເຫັນວ່າເໝາະສົມເປັນແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ 4 ຈຸດຄື: ເຂດພື້ນທີ່ ຍອດນ້ຳໂມ້, ເຂດພື້ນທີ່ ຍອດນ້ຳແດງ, ເຂດພື້ນທີ່ ຫ້ວຍປາຕີນ 1, ຫ້ວຍປາຕີນ 2 ແລະ ພື້ນທີ່ເຂດທ່ອງທ່ຽວ ໄຫຫີນຊຽງຄົງ ເມືອງທ່າໂທມ. ພ້ອມທັງມອບໃຫ້ພະແນກ ຖວທ ແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນເບື້ອງຕົ້ນ ບັນດາພື້ນທີ່ດັ່ງກ່າວ ເພື່ອກະກຽມສະເໜີຕໍ່ບໍລິສັດທ່ອງທ່ຽວ ນ້ຳປ່ຽນ ຍໍ່ລະປາ ນະຄອນຫລວງວຽງຈັນ ຄົ້ນຄວ້າ, ສຶກສາ-ສຳຫລວດ ຄວາມເປັນໄປໄດ້ ໃນການພັດທະນາການທ່ອງທ່ຽວອະນຸລັກທາງທຳມະຊາດ ຂອງແຂວງໄຊສົມບູນ ເພື່ອເປັນບ່ອນຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ.

