ເກີດເຫດ ເຮືອບິນຂອງສາຍການບິນ Japan Airline ຕຳກັບເຮືອບິນເຈົ້າໜ້າທີ່ຍາມ ເຮັດໃຫ້ໄຟລຸກໄໝ້ຢ່າງໄວວາ ມີຄົນເສຍຊີວິດ 5 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວປະເທດຍີ່ປຸ່ນ: ເວລາປະມານ 17:30 ຂອງ ວັນທີ 2 ມັງກອນ 2024ນີ້ ເກີດເຫດເຮືອບິນຂອງສາຍການບິນ Japan Airline ຖ້ຽວບິນ 516 ທີ່ບັນທຸກຜູ້ໂດຍສານ ລວມພະນັກງານຈຸການບິນ ທັງໝົດ 379 ຄົນ ເຊິ່ງເດີນທາງມາຈາກເມືອງ ຊັບໂປໂຮ ( ປະເທດ ອີຕາລີ ) ມາລົງທີ່ ສະໜາມບິນ ຮາເນດະ ໃນນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ຕຳກັບເຮືອບິນຂອງເຈົ້າໜ້າທີ່ຍາມສະໜາມບິນ ໃນຂະນະລົງຈອດ ເຮັດໃຫ້ເກີດໄຟລຸກ ໄໝ້ຢ່າງໄວວາ.
ຫລ້າສຸດ, ວັນທີ 3 ມັງກອນ 2024 ກະຊວງຄົມມະນາຄົມຍີ່ປຸ່ນອອກຖະແຫລງການກ່ຽວກັບອຸບັດເຫດຄັ້ງນີ້ ສົ່ງຜົນໃຫ້ເຈົ້າໜ້າທີ່ຍາມສະໜາມບິນ ເສຍຊີວິດ 5 ຄົນ, ສ່ວນກັບຕັນປະຈຳເຮືອບິນລຳທີ່ເກີດເຫດ ລອດຊີວິດ ແລະ ກຳລັງປິ່ນປົວ, ດ້ານຜູ້ໂດຍສານ ແລະ ຄະນະຈຸການບິນ 379 ຄົນ ໃນເຮືອບິນ Japan Airline ແມ່ນປອດໄພ.
ຖ້ຽວບິນດັ່ງກ່າວຢູ່ໃນລະຫວ່າງກຽມເດີນທາງໄປສົ່ງເຄື່ອງຊ່ວຍເຫລືອໃຫ້ກັບຜູ້ປະສົບໄພແຜ່ນດິນໄຫວ ທີ່ແຂວງ ອິຊິກາວະ ທາງພາກກາງຂອງຍີ່ປຸ່ນ, ທາງສາຍການບິນ ຢືນຢັນໃຫ້ຄວາມຮ່ວມມືກັບທຸກພາກສ່ວນເພື່ອສືບສວນ-ສອບສວນຫາສາເຫດຂອງໂສກນາດຕະກຳຄັ້ງນີ້.

