ອິດສະລາແອນໂຈມຕີລີບັງ ສັງຫານຮອງຜູ້ນໍາຝ່າຍການເມືອງຮາມັດ

ທ່ານ ຊາເລ ອັລ ອາຣູຣີ ຮອງຜູ້ນໍາຝ່າຍການເມືອງຂອງກຸ່ມຮາມັດ ເຊິ່ງລີ້ໄພຢູ່ລີບັງ ເສຍຊີວິດຈາກການໂຈມຕີທາງອາກາດຂອງກອງທັບອິດສະລາແອນ.
ວັນທີ 3 ມັງກອນ, ສໍານັກຂ່າວແຫ່ງຊາດຂອງລີບັງລາຍງານວ່າ: ກອງທັບອິດສະລາແອນປະຕິບັດການໂຈມຕີທາງອາກາດໂດຍໃຊ້ໂດຣນ ສ້າງຄວາມເສຍຫາຍໃຫ້ແກ່ອາຄານຫລັງໜຶ່ງ ຢູ່ທາງຕອນໃຕ້ຂອງນະຄອນຫລວງເບຣຸດ ເຊິ່ງເປັນສໍານັກງານຂອງກຸ່ມຮາມັດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ຄືທ່ານ ຊາເລ ອັລ ອາຣູຣີ ຮອງຜູ້ນໍາຝ່າຍການເມືອງຂອງກຸ່ມຮາມັດ, ສ່ວນຜູ້ເສຍຊີວິດທີ່ເຫລືອຄືເຈົ້າໜ້າທີ່ອາລັກຂາຂອງທ່ານ ອາຣູຣີ.
ສ່ວນກຸ່ມຮາມັດອອກຖະແຫລງການ ຢືນຢັນການເສຍຊີວິດຂອງທ່ານ ອາຣູຣີ ແລະ ເນັ້ນວ່າ: “ຈະບໍ່ແມ່ນລາງບອກເຫດການເສຍໄຊ” ແລະ ກຸ່ມເຮັດໂບລາ ເຊິ່ງເປັນພັນທະມິດກັບກຸ່ມຮາມັດ ອອກຖະແຫລງການວ່າ: ການເສຍຊີວິດຂອງທ່ານ ອາຣູຣີ “ຕ້ອງມີຄໍາຕອບ”.
ທ່ານ ນາຈິບ ມິຄາຕິ ນາຍົກລັດຖະມົນຕີລີບັງ ປະນາມເຫດການດັ່ງກ່າວວ່າ: ຜູ້ທີ່ຢູ່ເບື້ອງຫລັງຕ້ອງການດຶງລີບັງເຂົ້າສູ່ສົງຄາມຢູ່ເຂດກາຊາ ລະຫວ່າງອິດສະລາແອນກັບກຸ່ມຮາມັດ.
ນອກຈາກນີ້, ກຸ່ມຮາມັດສົ່ງຄະນະຜູ້ແທນຢ້ຽມຢາມນະຄອນຫລວງໄຄໂຣ ເພື່ອຫາລືກັບອີຢິບ ເຊິ່ງເປັນໜຶ່ງໃນຄົນກາງ ກ່ຽວກັບຄວາມເປັນໄປໄດ້ຂອງການຢຸດຍິງຄັ້ງໃໝ່ ເຊິ່ງມີລາຍງານວ່າ: ລັດຖະບານໄຄໂຣສະເໜີແຜນສະຫງົບເສິກ 3 ຂັ້ນຕອນ ເພື່ອນໍາໄປສູ່ການປ່ອຍຕົວປະກັນທີ່ຍັງເຫລືອອີກ 120 ກວ່າຄົນ ແລະ ການຢຸດຍິງໃນໄລຍະຍາວ, ແຕ່ຍັງບໍ່ມີຝ່າຍໃດຕອບຮັບ.

