ເມືອງທ່າພະບາດ ມອບເຮືອນຢູ່ ມູນຄ່າຫລາຍກ່ວາ 18 ລ້ານກີບ ໃຫ້ຄອບຄົວຜູ້ບໍ່ທັນພົ້ນທຸກ

ວັນທີ 29 ທັນວາ 2023 ຜ່ານມາ, ການນຳເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ມອບເຮືອນໃຫ້ແກ່ຄອບຄົວ ທ້າວ ເຈັກ ບ້ານ ໜອງເກີນ ເຊິ່ງເປັນຄອບຄົວບໍ່ທັນພົ້ນທຸກ. ໂດຍການຮ່ວມມອບຂອງທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ.

ເຮືອນຫລັງນີ້ ມີຂະໜາດ 7ແມັດ, ຍາວ8 ແມັດ, ມຸງດ້ວຍສັງກະສີ, ພື້ນເທດ້ວຍເປຕົງ, ຝາກໍ່ດ້ວຍດິນບ໋ອກ ລວມມູນຄ່າ 18 ລ້ານກວ່າກີບ, ໂດຍໄດ້ຮັບການຊ່ວຍເຫລືອຈາກອົງການປົກຄອງເມືອງ, ນັກທຸລະກິດພາຍໃນເມືອງ ຄະນະກໍ່ສ້າງຮາກຖານການເມືອງຂັ້ນແຂວງ ແລະ ພາກສ່ວນອື່ນໆຈາກສັງຄົມ.

ຂ່າວ: ແຂວງບໍລິຄຳໄຊ