ພົບສານປົນເປື້ອນໃນອາຫານທະເລ ຢູ່ຮ້ານບຸບເຟ່ ເທສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ວັນທີ 27 ທັນວາ 2023, ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ສົມທົບກັບຫ້ອງການສາທາລະນະສຸກ ເມືອງຫ້ວຍຊາຍ ລົງກວດກາຕາມທ້ອງຕະຫລາດໃນເທສະບານເມືອງ ເພື່ອກວດເບິ່ງສານທີ່ປົນເປື້ອນໃນອາຫານ ປະເພດສັດ, ອາຫານທະເລ ທີ່ແມ່ຄ້າຊາວຂາຍນຳມາຂາຍ ຕາມທ້ອງຕະຫລາດ 3 ແຫ່ງ ໃນເທສະບານເມືອງ, ໃນນັ້ນມີ ຮ້ານກະຕ່າຂອງຂວັນ ແລະ ຮ້ານບຸບເຟ່.
ຜ່ານການກວດອາຫານປະເພດປາມຶກ, ກຸ້ງ ແລະ ຢໍ່ຂາວ ພົບເຫັນມີສານປົນເປື້ອນ, ເຈົ້າໜ້າທີ່ໄດ້ຢຶດເອົາສິນຄ້າດັ່ງກ່າວ ແລ້ວ ທຳລາຍຖິ້ມກັບທີ່, ນອກນັ້ນ ຍັງກວດພົບເຫັນຮ້ານຂາຍຢາພື້ນເມືອງທີ່ຂາຍຢູ່ໃນຕະຫລາດ ເປັນຕົ້ນແມ່ນຢາຕ້ອງຫ້າມ, ຢາຊຸດ, ຢາປວດຫາຍຈີນ ແລະ ຢາທີ່ມີສານສະເຕລອຍຈຳນວນໜຶ່ງ ຈຶ່ງໄດ້ອາຢັດໄວ້ ເພື່ອນຳໄປທຳລາຍ ພ້ອມເຮັດບົດບັນທຶກຕໍ່ເຈົ້າຂອງຮ້ານດັ່ງກ່າວ, ທັງນີ້ ເພື່ອໃຫ້ຜູ້ບໍລິໂພກ ໄດ້ບໍລິໂພກ ອາຫານທີ່ມີຄຸນນະພາບທັງໃນໄລຍະສັ້ນ ແລະ ໄລຍະຍາວ.

