10 ອັນດັບຄະດີຢາເສບຕິດລາຍໃຫຍ່ ປີ 2023

ໜັງສືພິມຄວາມສະຫງົບລາຍງານວ່າ: 10 ຄະດີຢາເສບຕິດລາຍໃຫຍ່ ທີ່ເຈົ້າໜ້າທີ່ສາມາດແກ້ໄຂ ຄື:
- ປກສ ເມືອງທ່າແຂກ ແຂວງຄຳມ່ວນ ຈັບສອງອ້າຍນ້ອງຂົນສົ່ງຢາເສບຕິດ ພ້ອມຢຶດຢາບ້າໄດ້ 288.000 ເມັດ
ໃນວັນທີ 8 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ພົບເຫັນເປົ້າໝາຍຂັບຂີ່ລົດກະບະຣີໂວສີຂາວ ໝາຍເລກທະບຽນ ມລ 8988 ກຳແພງນະຄອນ ແລະ ໝາຍເລກທະບຽນ ກອ 1125 ກຳແພງນະຄອນ ໄດ້ຂັບຂີ່ມາເພື່ອຈະໄປສົ່ງຢາເສບຕິດຢູ່ຈຸດນັດໝາຍ ຈຶ່ງໄດ້ສະກັດກັ້ນ ແລະ ສະແດງຕົວເຂົ້າກວດຄົ້ນລົດຈຳນວນ 2 ຄັນ ພົບເຫັນຢາບ້າຈຳນວນ 48 ແພັກ ເທົ່າກັບ 144 ມັດ ຫຼື 288.000 ເມັດ ຊຸກເຊື່ອງໃນເບາະຫຼັງຂອງລົດກະບະ ໝາຍເລກທະບຽນ ມລ 8988 ກຳແພງນະຄອນ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ຊື່ ທ້າວ ນ້ອຍ ອາຍຸ 34 ປີ ແລະ ທ້າວ ຮັກຈ່ອຍ ທັງສອງເປັນອ້າຍນ້ອງກັນຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ.
- ປກສ ເມືອງເມິງ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ ພ້ອມເລັ່ງຕິດຕາມກຸ່ມແກ້ງ
ວັນທີ 8 ພະຈິກ 2023, ເຈົ້າໜ້າທີ່ທະຫານ ແລະ ປກສ ເມືອງເມິງ ໄດ້ລົງກວດກາລາດຕະເວນຕາມຂອບເຂດສະຖານທີ່ເກີດເຫດເຂດສວນຢາງພາລາ ຈຶ່ງໄດ້ພົບເຫັນຢາເສບຕິດປະເພດຢາບ້າ ຈໍານວນ 8 ເປົາ ລວມມີ 800 ມັດ ເທົ່າກັບ 1.600.000 ເມັດ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ເຢຍຕົວ ຢ່າງ ພ້ອມດ້ວຍຂອງກາງລົດກະບະວີໂກແຄັບ ແລະ ຢາເສບຕິດຈໍານວນດັ່ງກ່າວ ໄວ້ເພື່ອດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາພັກພວກກຸ່ມແກ້ງ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
- ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຢຶດຢາບ້າ 2.800.000 ເມັດ ຂະນະຂົນຂຶ້ນຝັ່ງນໍ້າຂອງ
ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງຕົ້ນເຜີ້ງ ເປີດເຜີຍວ່າ: ໃນວັນທີ 29 ມິຖຸນາ ຜ່ານມາ, ໄດ້ອອກກວດກາລາດຕະເວນຕາມລໍາແມ່ນໍ້າຂອງ ເຂດບ້ານສີບຸນເຮືອງ-ບ້ານມອມ ເມືອງຕົ້ນເຜິ້ງ ໄດ້ພົບເຫັນເຮືອກາບນ້ອຍຂີ່ຂ້າມນໍ້າຂອງຈາກປະເທດມຽນມາ ເຂົ້າມາຟັງລາວ ຈຶ່ງນໍາກໍາລັງເຂົ້າຕິດຕາມພົບເຫັນກຸ່ມຄົນດັ່ງກ່າວ ກໍາລັງຂົນຢາເສບຕິດຂຶ້ນທ່າເຮືອ ຈຶ່ງໄດ້ສະແດງຕົວເຂົ້າຈັບກຸມທີ່ລີ້ຢູ່ຂ້າງກຳແພງ ແລະ ໃນຫ້ອງນອນ ຈຶ່ງກັກຕົວພວກກ່ຽວຊື່ ທ້າວ ຄຳແອນ ອາຍຸ 22 ປີ ຢູ່ບ້ານຢາງຄໍາ ເມືອງຕົ້ນເຜີ້ງ ແລະ ທ້າວ ດອນ ອາຍຸ 22 ປີ ຢູ່ບ້ານມ່ວງຄໍາ ເມືອງຕົ້ນເຜີ້ງ ໄປສອບສວນຂະຫຍາຍຜົນ. ສໍາລັບຂອງກາງຢາເສບຕິດທີ່ເຈົ້າໜ້າທີ່ຢຶດໄດ້ ມີປະເພດຢາບ້າຈຳນວນ 14 ເປົ້າ ຫຼື 1.400 ມັດ ເທົ່າກັບ 2.800.000 ເມັດ, ໂທລະສັບຈຳນວນ 4 ເຄື່ອງ, ເງິນບາດ 129.000 ບາດ ແລະ ປຶ້ມບັນຊີເງິນຝາກ 1 ຫົວ.
- ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຢຶດຢາໄອສ໌ 150 ຫໍ່
ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ລົງຕັ້ງຈຸດກວດກາ ຢູ່ເຂດບ້ານດອນໃນວັນທີ 11 ພຶດສະພາ 2023 ພົບເຫັນລົດຮຸນໄດ ຈຳນວນ 1 ຄັນ ສີປອນເງິນ ບໍ່ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວມາຈາກທາງຫ້ວຍຊາຍ ຈຶ່ງໄດ້ສະແດງຕົວເພື່ອກວດກາຕາມປົກກະຕິ ໂດຍສົ່ງສັນຍານລົດໃຫ້ຈອດ ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ຈຶ່ງໄດ້ຂີ່ລົດນຳພົບເຫັນລົດຮຸນໄດຄັນດັ່ງກ່າວເລີຍໂຄ້ງຕົກຮ່ອງຂ້າງທາງ ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້, ແຕ່ບໍ່ເຫັນຜູ້ຂັບຂີ່ ແລະ ພົບເຫັນເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 2 ເປົາ, ພົບເຫັນເປົາຢູ່ໃນຫ້ອງຄົນຂັບ ຈຳນວນ 6 ເປົາ ແລະ ບາໂຫຼ້ ຫຼື ເປົາເປ້ ຈຳນວນ 2 ໜ່ວຍ ລວມທັງໝົດ 8 ເປົາ, 2 ບາໂຫຼ້ ທີ່ບັນຈຸຢາເສບຕິດປະເພດຢາໄອສ໌ ຈຳນວນ 150 ຫໍ່ ໜັກ 150 ກິໂລກຼາມ.
- ປກສ ແຂວງຄຳມ່ວນ ມ້າງຄະດີລາຍໃຫຍ່ ຢຶດຢາໄອສ໌ໄດ້ 250 ຖົງ
ໃນວັນທີ 21 ສິງຫາ ຜ່ານມາ, ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄໍາມ່ວນ ໄດ້ພົບເຫັນເປົ້າໝາຍຂັບຂີ່ລົດຕູ້ຮຸນໄດສະຕາແລັກ ສີດຳ ໝາຍເລກທະບຽນ ກສ 4494 ກຳແພງນະຄອນ ແລ່ນມາແຕ່ແຂວງບໍລິຄໍາໄຊ, ພໍມາຮອດຈຸດກວດກາ ເຈົ້າໜ້າທີ່ໄດ້ທໍາການລັດລົດຄັນດັ່ງກ່າວ ພ້ອມທັງກວດຄົ້ນລົດພົບເຫັນຢາເສບຕິດ ປະເພດຢາໄອສ໌ ຈຳນວນ 10 ເປົາ ເທົ່າກັບ 250 ຖົງ ລວມນ້ຳໜັກ 250 ກິໂລກຼາມ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ລົດຊື່ ທ້າວ ສຸລິສັກ ຫຼື ດຳ ອາຍຸ 35 ປີ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ກ່ຽວຮັບສາລະພາບວ່າ: ຢາໄອສ໌ 250 ກິໂລກຼາມ ແມ່ນຕົນເອງໄດ້ຮັບມາຈາກ ທ້າວ ທະນູເພັດ ຫຼື ແອ ອາຍຸ 32 ປີ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ນາງ ນາງ ຫຼື ອາລັນ ອາຍຸ 29 ປີ ຢູ່ບ້ານນາປ່າໃຜ່ ເມືອງໝື່ນ ແຂວງວຽງຈັນ, ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລກຼາມລະ 1.000 ບາດ ເພື່ອໄປສົ່ງຢູ່ເມືອງລະຄອນເພັງ ແຂວງສາລະວັນ. ນອກນັ້ນ, ທ້າວ ສຸລິສັກ ຍັງສາລະພາບຕື່ມວ່າ: ທ້າວ ທະນູເພັດ ແລະ ນາງ ນາງ ແມ່ນໄດ້ລໍຖ້າຕົນເອງຢູ່ເມືອງທ່າແຂກ ແລະ ວັນທີ 22 ສິງຫາ 2023 ຈຶ່ງໄດ້ກັກຕົວ ທ້າວ ທະນູເພັດ ຫຼື ແອ ແລະ ນາງ ນາງ ຢູ່ຂອບເຂດບ້ານນາບວບ ເມືອງທ່າແຂກ ໃນຂະນະທີ່ພວກກ່ຽວກຳລັງຈອດລົດໃສ່ນ້ຳມັນ ພ້ອມກັບລົດຕູ້ສະຕາແລັກ ສີຂາວ ໝາຍເລກທະບຽນ ກຈ 0151 ກຳແພງນະຄອນ ມາດໍາເນີນຄະດີ.
- ປກສ ແຂວງບໍ່ແກ້ວ ຢຶດເຮໂຣອິນ 537 ແທ່ງ ແລະ ຢາເຄຕາມີນ 123 ຖົງ
ວັນທີ 30 ກໍລະກົດ 2023, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສົມທົບກັບ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ລົງແກ້ໄຂມ້າງຄະດີຢາເສບຕິດ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຈັບເປົ້າໝາຍໄດ້ຊື່ ທ້າວ ນົງ ອາຍຸ 28 ປີ ບ້ານມອມ ເມືອງຕົ້ນເຜິ້ງ ພ້ອມທັງຢຶດຂອງກາງຢາເສບຕິດ ຈໍານວນ 14 ເປົາ ມີເຮໂຣອິນ ຈໍານວນ 537 ແທ່ງ ເທົ່າກັບ 204 ກິໂລກຼາມ ແລະ ຢາເຄຕາມິນ ຈໍານວນ 123 ຖົງ ເທົ່າກັບ 123 ກິໂລກຼາມ; ນອກນີ້, ຍັງສາມາດຢຶດລົດກະບະຟອດເຣນເຈີ ສີຂາວ 1 ຄັນ, ປ້າຍທະບຽນ ກມ 1682 ກຳແພງນະຄອນ, ໂທລະສັບ ຈຳນວນ 2 ເຄື່ອງ ແລະ ອື່ນໆ.
- ປກສ ເມືອງຕົ້ນເຜິ້ງ ຈັບຜູ້ຖືກຫາ 4 ຄົນ ລັກຂົນຢາໄອສ໌ 500 ກິໂລກຼາມ
ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສົມທົບກັບ ກໍາລັງວິຊາສະເພາະ ສະກັດຈັບເປົ້າໝາຍລັກລອບຂົນສົ່ງຢາເສບຕິດ ປະເພດຢາໄອສ໌ ໄດ້ 4 ຄົນ ໃນວັນທີ 7 ກຸມພາ 2023 ມີຂອງກາງຢາໄອສ໌ 500 ກິໂລກຼາມ ໂດຍໃຊ້ລົດກະບະຣີໂວສີຂາວ ໝາຍເລກທະບຽນ ກວ 5910 ກຳແພງນະຄອນ ອອກມາຈາກເຮືອນເປົ້າໝາຍ ຈຶ່ງໄດ້ຂີ່ລົດຕິດຕາມຈົນຮອດບ້ານມອມ ເມືອງຕົ້ນເຜິ້ງ ແຕ່ເປົ້າໝາຍຮູ້ຕົວທັນ ຈຶ່ງໄດ້ລ້ຽວເຂົ້າໄປທາງຮ່ອມ (ຟາມງົວຈີນ) ແລ້ວຈອດປະໄວ້, ສ່ວນຜູ້ຂັບຂີ່ແລ່ນເຂົ້າປ່າ ແຕ່ຖືກຈັບຕົວໄດ້ຊື່ ທ້າວ ໜານຟອງ ອາຍຸ 38 ປີ ຢູ່ບ້ານສີຕອນມີ ເມືອງຕົ້ນເຜິ້ງ, ທ້າວ ອ່ອນຈັນ ອາຍຸ 24 ປີ ຢູ່ບ້ານດອນມູນ ແລະ ທ້າວ ໄມ່ແອ ອາຍຸ 25 ປີ ຢູ່ບ້ານຈອມແສງ ເມືອງເມິງ ທັງ 3 ຄົນຢູ່ແຂວງບໍ່ແກ້ວ ແລະ ທ້າວ ກິ່ງແກ້ວ ອາຍຸ 23 ປີ ຢູ່ບ້ານມອມເຫື່ອ ເມືອງສິງ ແຂວງຫຼວງນໍ້າທາ. ນອກນັ້ນ, ເຈົ້າໜ້າທີ່ຍັງໄດ້ນໍາກໍາລັງເຂົ້າກວດ ຄົ້ນເຮືອນຂອງ ທ້າວ ໜານຟອງ ພົບເຫັນລົດກະບະຣີໂວ ສີຂາວ ບໍ່ມີປ້າຍທະບຽນ, ເງິນບາດ 300.000 ບາດ, 20.000.000 ກີບ, ລູກປືນ 9 ມມ ຈໍານວນ 40 ລູກ ແລະ ປ້າຍລົດໃຫຍ່ອີກ 2 ຄູ່.
- ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພົບຢາບ້າ 6 ລ້ານເມັດ ຢູ່ລົດກະບະ ຈອດຖິ້ມໃນສວນສາລີ
ໃນວັນທີ 16 ມັງກອນ 2023, ເວລາປະມານ 5:00 ໂມງ ເຈົ້າໜ້າທີ່ສະເພາະກິດ ກອງບັນຊາການ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະຈໍາຈຸດກວດກາ ໄດ້ກວດພົບເຫັນລົດກະບະໂຕໂຍຕ້າຣີໂວ ສີຂາວ ໝາຍເລກທະບຽນ ກວ 1466 ກຳແພງນະຄອນ ທີ່ຈອດຖິ້ມໄວ້ຢູ່ສວນສາລີຂອງປະຊາຊົນ; ຈາກນັ້ນ, ເຈົ້າໜ້າທີ່ ໄດ້ເຂົ້າກວດກາ ພົບວ່າລົດກະບະຄັນດັ່ງກ່າວ ຊຸກເຊື່ອງຢາເສບຕິດ ປະເພດຢາບ້າ ຈຳນວນ 24 ເປົາ ເທົ່າກັບ 3.000 ມັດ, ມີ 6.000.000 ເມັດ, ນໍ້າໜັກ 672 ກິໂລກຼາມ, ສ່ວນເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ.
- ສອງວັນເຈົ້າໜ້າທີ່ແຂວງບໍ່ແກ້ວ ຢຶດຢາໄອສ໌ໄດ້ 840 ກິໂລກຼາມ
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນ ແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ 120 ກິໂລກຼາມ.
ສ່ວນວັນທີ 9 ສິງຫາ 2023 ເວລາ 1:45 ໂມງ ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານສີດອນມີ ໄດ້ອອກກວດກາລາດຕະເວນ ພົບເຫັນກຸ່ມຄົນຈໍານວນໜຶ່ງກຳລັງຂົນຢາເສບຕິດຂຶ້ນລົດ ຢູ່ທ່ານໍ້າຫົວບ້ານສີດອນມີ ເມື່ອພວກ ເຂົາເຫັນເຈົ້າໜ້າທີ່ແລ້ວກໍໄດ້ເອົາຕົວຫຼົບໜີ. ຫຼັງຈາກນັ້ນ, ກໍໄດ້ຍິນສຽງປືນດັງຂຶ້ນປະມານ 5 ຫາ 10 ນັດ ແລະ ເຈົ້າໜ້າທີ່ ໄດ້ເຂົ້າໄປກວດກາ ພົບເຫັນລົດ 2 ຄັນ ຄື: ລົດວີໂກ 1 ຄັນ ມີຢາ ໄອສ໌ບັນຈຸຢູ່ 18 ເປົາ ແລະ ເປົາບັນຈຸຖົງຢາງ 1 ເປົາ; ສ່ວນລົດຣີໂວ 1 ຄັນ ໝາຍເລກທະບຽນ ກກ 4844 ບໍ່ແກ້ວ ມີຈຳນວນ 7 ເປົາ. ໃນນັ້ນ, ຜ່ານກວດກາລົດທັງ 2 ຄັນ ເຫັນວ່າມີຢາເສບຕິດ ປະເພດຢາໄອສ໌ ຈໍານວນ 25 ເປົາ ແລະ ເປົາຖົງຢາງບັນຈຸຢາເສບຕິດ ຈໍານວນ 1 ເປົາ ມີຢາເສບຕິດປະເພດຢາໄອສ໌ ຈຳນວນ 720 ຫໍ່ ນໍ້າໜັກ 720 ກິໂລກຼາມ ແລະ ປຶ້ມທະບຽນລົດ, ໃບທະບຽນລົດ ແລະ ໃບຂັບຂີ່ອອກຊື່ ທ້າວ ອາກອງ ຢູ່ເມືອງຕົ້ນເຜິ້ງ ແລະ ເອກະສານເຊົ່າສິນເຊື່ອຂອງ ນາງ ຈັນຟອງ ຢູ່ບ້ານນໍ້າເກີງໃໝ່ ເມືອງຕົ້ນເຜິ້ງ.
- ປກສ ແຂວງບໍ່ແກ້ວ ກັກລົດເມຂົນຢາບ້າ 7 ລ້ານກວ່າເມັດ
ວັນທີ 4 ກໍລະກົດ 2023, ເຈົ້າໜ້າທີ່ຕໍາຫຼວດ ປະຈໍາຢູ່ຈຸດກວດການໍ້າທຸງ ແຂວງບໍ່ແກ້ວ ໄດ້ກວດຄົ້ນລົດເມໂດຍສານ ສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ພົບຢາບ້າ ຈຳນວນ 3.565 ມັດ ເທົ່າກັບ 7.130.000 ກວ່າເມັດ ແລະ ຢາເຄຕາມິນ ຈໍານວນ 193 ຫໍ່ ທີ່ຊຸກເຊື່ອໄວຢູ່ກ້ອງບ່ອນນອນຊັ້ນລຸ່ມຂອງລົດໂດຍສານ ພ້ອມຈັບຕົວຜູ້ຖືກຫາໄດ້ 4 ຊື່ ທ້າວ ໄລຢ່າງ, ທ້າວ ຮາຢ່າງ, ທ້າວ ຕູ້ລີ ແລະ ທ້າວ ເພຍຢ່າງ ໄປດໍາເນີນຄະດີຕາມກົດໝາຍ.

