ອິດສະລາແອນ ກ່າວວ່າ: ສົງຄາມກາຊາຍັງອີກດົນ ສັນຕິພາບຈະເກີດຂຶ້ນເມື່ອຮາມັດຖືກທໍາລາຍ

ອິດສະລາແອນກ່າວວ່າ: ການສູ້ຮົບຢູ່ເຂດກາຊາ “ຈະໃຊ້ເວລາອີກຫລາຍເດືອນ” ແລະ ສັນຕິພາບຈະເກີດຂຶ້ນໄດ້ ເມື່ອກຸ່ມຮາມັດ “ຖືກທໍາລາຍໝົດເທົ່ານັ້ນ”.

ວັນທີ 21 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພົນໂທ ເຮີຊີ ຮາເລວີ ປະທານຄະນະເສນາທິການທະຫານຮ່ວມອິດສະລາແອນ ກ່າວເຖິງສົງຄາມກັບກຸ່ມຮາມັດຢູ່ເຂດກາຊາ ເຊິ່ງເລີ່ມຂຶ້ນວັນທີ 7 ຕຸລາຜ່ານມາ “ຈະຍືດເຍື້ອຕໍ່ໄປອີກຫລາຍເດືອນ” ແລະ ອິດສະລາແອນ “ຈະໃຊ້ກົນລະຍຸດຕ່າງໆ ເພື່ອນໍາໄປສູ່ການບັນລຸເປົ້າໝາຍ” ນັ້ນຄືຕ້ອງເຂົ້າເຖິງທ່ານ ຢາຢາ ຊິນວາ ຜູ້ນໍາກຸ່ມຮາມັດຢູ່ເຂດກາຊາ.

ທັງນີ້, ພົນໂທ ຮາເລວີ ກ່າວອີກວ່າ: ກອງທັບອິດສະລາແອນສາມາດຄວບຄຸມພື້ນທີ່ເກືອບທັງໝົດຢູ່ພາກເໜືອຂອງເຂດກາຊາໄດ້ທັງໝົດ ແລະ ສູນກາງຂອງການສູ້ຮົບໃນເວລານີ້ຢູ່ພາກໃຕ້ຂອງເຂດກາຊາ ລວມທັງເມືອງຂ່ານ ຢູນິສ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນພາກໃຕ້.

ຂະນະທີ່ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວວ່າ: ສັນຕິພາບຢູ່ເຂດກາຊາຈະເກີດຂຶ້ນໄດ້ ເມື່ອກອງທັບອິດສະລາແອນສາມາດທໍາລາຍກຸ່ມຮາມັດໃຫ້ໝົດແລ້ວເທົ່ານັ້ນ.

ນອກຈາກນີ້, ເຂດກາຊາຕ້ອງເປັນ “ພື້ນທີ່ປອດທະຫານ” ແລະ ສັງຄົມຂອງຊາວປາແລັສຕິນຢູ່ເຂດກາຊາ “ຕ້ອງບໍ່ມີແນວຄິດຫົວຮຸນແຮງອີກຕໍ່ໄປ” ໂດຍຂັ້ນຕອນການປົດອາວຸດ ແລະ ການເຮັດໃຫ້ເຂດກາຊາເປັນເຂດປອດທະຫານ ລວມທັງການຈັດຕັ້ງ “ພື້ນທີ່ຄວາມໝັ້ນຄົງຊົ່ວຄາວ” ແລະ ອິດສະລາແອນ “ຈໍາເປັນຕ້ອງຄວບຄຸມຄວາມໝັ້ນຄົງ” ຢູ່ເຂດກາຊາ “ໃນໄລຍະເວລາໜຶ່ງ”.

ອິດສະລາແອນຍັງໂຈມຕີເຂດກາຊາຢ່າງໜັກ ທັງໃນວັນຄຣິສມາສອີບ ແລະ ວັນຄຣິສມາສ ໂດຍມີລາຍງານຜູ້ເສຍຊີວິດຫລາຍກວ່າ 100 ຄົນ ຖືເປັນໜຶ່ງໃນໄລຍະເວລານອງເລືອດທີ່ສຸດ ນັບແຕ່ສົງຄາມເລີ່ມຂຶ້ນ ໃນວັນທີ 7 ຕຸລາຜ່ານມາ, ສ່ວນສະຖິຕິປະຊາຊົນຢູ່ເຂດກາຊາເສຍຊີວິດ ເພີ່ມເປັນຫລາຍກວ່າ 20.000 ຄົນ ແລະ ຢູ່ອິດສະລາແອນມີຜູ້ເສຍຊີວິດປະມານ 1.200 ຄົນ.