ກໍລະນີຫາຍາກ ! ຍິງສາວມີ 2 ມົດລູກ ໃຫ້ກໍາເນີດລູກແຝດໃນວັນທີ່ແຕກຕ່າງກັນ

ແມ່ຍິງຊາວອາເມລິກາ ອາຍຸ 32 ປີ ຈາກລັດແອລະບາມາ ເຊິ່ງເກີດມາພ້ອມຄວາມຜິດປົກກະຕິຂອງຮ່າງກາຍ ເອີ້ນວ່າ “ມົດລູກແຝດ” ຖືພາ ແລະ ເກີດລູກສາວຝາແຝດ ໃນວັນທີ່ແຕກຕ່າງກັນ. ຖືເປັນກໍລະນີທີ່ຫາໄດ້ຍາກ.

ວັນທີ 24 ທັນວາ 2023, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາງ ເຄລຊີ ແຮດເຊີ ບັນທຶກເລື່ອງທີ່ໜ້າມະຫັດສະຈັນນີ້ ລົງໃນບັນຊີອິນສຕາແກຣມຂອງນາງ ໃນວັນທີ 22 ທັນວາຜ່ານມາ ໂດຍລະບຸວ່າ: ກໍລະນີແບບນີ້ເກີດຂຶ້ນໄດ້ຍາກໃນທາງສະຖິຕິ.

ເດັກນ້ອຍເພດຍິງຄົນທໍາອິດ ເຊິ່ງມີຊື່ວ່າ ຣ໊ອກຊີ ໄລລາ ເກີດວັນອັງຄານທີ 19 ທັນວາ ເວລາ 19:49 ໂມງ, ສ່ວນເດັກນ້ອຍເພດຍິງຄົນທີສອງ ຊື່ ຣີເບລ ເລເຄນ ເກີດໃນມື້ຕໍ່ມາ ເມື່ອເວລາ 06:09 ໂມງ ຕາມເວລາທ້ອງຖິ່ນຂອງອາເມລິກາ.

ກ່ອນໜ້ານັ້ນ, ທີມແພດກໍານົດການເກີດໄວ້ໃນວັນຄຣິສມາດ ແລະ ເດັກນ້ອຍຝາແຝດເກີດກ່ອນເວລາທີ່ກໍານົດໄວ້ ຈຶ່ງເຮັດໃຫ້ທັງສອງຄົນໄດ້ໃຊ້ເວລາໃນຊ່ວງມື້ພັກ ຢູ່ເຮືອນນໍາຄອບຄົວຂອງນາງ.

ປັດຈຸບັນ ແຮດເຊີ ແລະ ລູກສາວ 2 ຄົນ ອອກຈາກໂຮງໝໍແລ້ວ ໂດຍນາງສັນຍາວ່າ: ຈະແບ່ງປັນລາຍລະອຽດກ່ຽວກັບການເກີດລູກໃນອະນາຄົດ.

ທັງນີ້, ແຮດເຊີ ຮູ້ຕົວແຕ່ອາຍຸ 17 ປີ ວ່ານາງມີ “ມົດລູກແຝດ” ເຊິ່ງເປັນແຕ່ກໍາເນີດທີ່ພົບໄດ້ຍາກ ໂດຍເຊື່ອກັນວ່າເກີດຂຶ້ນກັບຜູ້ທີ່ເກີດມາເປັນຜູ້ຍິງພຽງ 0,3% ເທົ່ານັ້ນ ຫລື ຄິດເປັນໂອກາດທີ່ 1 ໃນ 50 ລ້ານຄົນ.