ຜູ້ປະກອບການທຸລະກິດຮ້ານອາຫານ ຮ້ານບັນເທີງ ຢູ່ເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ເປັນຢ່າງດີ

ວັນທີ 21-22 ທັນວາ 2023 ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ) ຫົວໜ້າຈຸ 3 ຄະນະສະເພາະກິດ ແກ້ໄຂສຽງດັງເນືອງນັນ ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ພ້ອມເຈົ້າໜ້າທີ່ຕຳຫຼວດ ປກສ ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ສືບຕໍ່ນຳຄະນະລົງຕິດຕາມ ກວດກາ ແລະ ແກ້ໄຂສຽງດັງເນືອງນັນຄືນ ຢູ່ບັນດາຮ້ານອາຫານ ແລະ ຮ້ານບັນເທີງ ທີ່ເຄີຍໄດ້ເຮັດບົດບັນທຶກ ແລະ ຖືກປັບໃໝ ຕາມລະບຽບການມາກ່ອນໜ້ານີ້.

ທ່ານ ແກ້ວວິໄລສັກ ແສນສັກດາ ໃຫ້ຮູ້ວ່າ: ຜ່ານມາລົງກວດກາ ຕິດຕາມ ຄັ້ງນີ້ ເຫັນວ່າຜູ້ປະກອບ ການທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ແມ່ນໄດ້ໃຫ້ການຮ່ວມມືເປັນຢ່າງດີ ໂດຍສະເພາະການປະຕິບັດເວລາເປີດບໍລິການບໍ່ກາຍ 24 ໂມງ ແລະ ເປີດເຄື່ອງສຽງເກີນກໍານົດ 80 ດີຊີເບວ ຖືວ່າປະຕິບັດໄດ້ ດີໂດຍພື້ນຖານຕາມທາງການທີ່ໄດ້ກຳນົດໄວ້, ພ້ອມດຽວກັນນີ້ ຍັງໄດ້ຮຽກຮ້ອງໃຫ້ຜູ້ດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ຈົ່ງປະຕິບັດລະບຽບທີ່ທາງການໄດ້ກຳນົດໄວ້ຢ່າງເຂັ້ມງວດ ທັງນີ້ ກໍເພືື່ອເປັນການຈັດ ສັນຄວາມເປັນລະບຽບຮຽບຮ້ອຍ ຫລຸດຜ່ອນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນສັງຄົມ ເພື່ອເຮັດໃຫ້ ປີທ່ອງທ່ຽວລາວ ແລະ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ປີ 2024 ມີຄວາມ ສະຫງົບ ແລະ ປອດໄພທຸກໆດ້ານ.

ສຳລັບ ສາຍດ່ວນຄະນະຮັບຜິດຊອບແກ້ໄຂສຽງເນືອງນັນ ຢູ່ເມືອງສີສັດຕະນາກ 020 5571 1483 020 2822 2949 ເມືອງຫາດຊາຍຟອງ 020 5488 2559 020 5831 7797 ພະແນກຕຳຫຼວດ ທ່ອງທ່ຽວ ນວ 020 9999 0322 020 5677 6222.

ພາບ-ຂ່າວ: ໜັງສືືພິມວຽງຈັນໃໝ່