ທິດທາງແຜນການປະຈໍາປີ 2024 ຂອງຂະແໜງການພະລັງງານ ແລະ ບໍ່ແຮ່

ທ່ານ ໂພໄຊ ໄຊຍະສອນ ໄດ້ລາຍງານ ກອງປະຊຸມຂະແໜງພະລັງງານ ແລະ ບໍ່ແຮ່ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ວັນທີ 22 ທັນວາ 2023 ນີ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ເປັນເຈົ້າການສູງເຂົ້າໃສ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນການ ໃນປີ 2023 ແລະ ການວາງທິດທາງແຜນການສໍາລັບປີ 2024. ສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່, ພວກເຮົາໄດ້ພ້ອມກັນປຸກລະດົມຈິດໃຈ ເປັນເຈົ້າການໃຫ້ສູງຂຶ້ນ, ໄດ້ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ, ມາດຕາການຕ່າງໆທີ່ສອດຄ່ອງ, ມີປະສິດທິຜົນເຂົ້າໃນການເຄື່ອນໄຫວປະຕິບັດແຜນວຽກແຕ່ລະດ້ານ ຊຶ່ງພວກເຮົາກໍສາມາດຍາດໄດ້ຜົນງານທີ່ມີລັກສະນະຕໍ່ເນື່ອງ, ໜັກແໜ້ນ ແລະ ເປັນພື້ນຖານ, ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນໄດ້ເຮັດຖືກຕາມທິດທາງລວມ ທີ່ໄດ້ກໍານົດອອກຢູ່ໃນແນວທາງຂອງພັກ ແລະ ແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ທີ່ພັກເຮົາໄດ້ວາງອອກ.
ສໍາລັບທິດທາງ, ແຜນການປີ 2024, ກອງປະຊຸມໄດ້ເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍດ້ານດີ, ປັບປຸງແກ້ໄຂດ້ານອ່ອນ, ບໍ່ສອດຄ່ອງ ແລະ ເຮັດບໍ່ທັນໄດ້ ຫຼື ເຮັດບໍ່ທັນໄດ້ດີໃນໄລຍະທີ່ຜ່ານມາ. ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ກໍຄື ມະຕິຄັ້ງທີ III ຂອງອົງຄະະນະພັກກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ປະກົດການເປັນຈິງ. ພ້ອມທັງ ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະເມີນຄືນບັນດາວຽກຈຸດສຸມຂອງແຕ່ເປົ້າໝາຍທີ່ນອນໃນແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025). ຄຽງຄູ່ກັບການສຸມໃສ່ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ການຜະລິດພະລັງງານໄຟຟ້າ, ຄາດຄະເນຈະໃຫ້ບັນລຸໄດ້ປະມານ 51.134 ລ້ານກິໂລວັດໂມງ ຊຶ່ງມີມູນຄ່າປະມານ 41.321 ຕື້ກີບ, ສູ້ຊົນສົ່ງອອກກະແສໄຟຟ້າໃຫ້ບັນລຸປະມານ 40.446 ລ້ານກິໂລວັດໂມງ, ມູນຄ່າ 2.453 ລ້ານໂດລາ ແລະ ຈໍາໜ່າຍກະແສໄຟຟ້າຢູ່ພາຍໃນໃຫ້ບັນລຸປະມານ 10.248 ລ້ານກິໂລວັດໂມງ, ມູນຄ່າປະມານ 706 ລ້ານໂດລາ.
ດ້ານບໍ່ແຮ່ ຈະສືບຕໍ່ຊຸກຍູ້ບັນດາໂຄງການຕ່າງໆເຂົ້າສູ່ຂະບວນການຜະລິດ, ຊຸກຍູ້ການຂຸດຄົ້ນຕິດພັນກັບການປຸງແຕ່ງແຮ່ທາດ. ໃນນີ້, ມູນຄ່າການຜລິດແຮ່ທາດຄາດວ່າຈະໃຫ້ບັນລຸມູນຄ່າ 19.795 ຕື້ກີບ, ມູນຄ່າການສົ່ງອອກແຮ່ທາດຄາດວ່າຈະບັນລຸ 1.525 ລ້ານໂດລາ ແລະ ມູນຄ່າຈໍາໜ່າຍຢູ່ພາຍໃນປະເທດຄາດວ່າຈະບັນລຸປະມານ 313 ລ້ານໂດລາ.

