ອີງຕາມໜ່ວຍກູ້ໄພສຸກເສີນອົງການກາແດງ ແຂວງຈຳປາສັກ ລາຍງານວ່າ: ເວລາປະມານ 6:47 ໂມງ ຂອງວັນທີ 15 ທັນວາ 2023, ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ເສຍຫລັກຕຳຕູບຂ້າງທາງ ຢູ່ບ້ານພັດທະນາ ຫລັກ 7 ເສັ້ນທາງຫໍວັດທະນະທຳ ນະຄອນປາກເຊ, ສະນັ້ນໜ່ວຍກູ້ໄພຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 2 ຄົນຄື: ເພດຊາຍ ອາຍຸ 29 ປີ ອາການເບື້ອງຕົ້ນມີບາດແຜຢູ່ຂາ ແລະ ເພດຍິງ ອາການມີບາດເເຜ ບໍລິເວນຄາງ ແລະ ແຂນ.
ດັ່ງນັ້ນໜ່ວຍກູ້ໄພ ຈຶ່ງປະຖົມພະຍາບານເບື້ອງຕົ້ນໃຫ້ ແລ້ວນຳຕົວສົ່ງໂຮງໝໍແຂວງຈຳປາສັກ.