ສະຖາບັນການຕ່າງປະເທດ ແລະ ມະຫາວິທະຍາໄລ ຢູນນານ ສ້າງກົນໄກການຮ່ວມມືດ້ານວິຊາການ

ການເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ສປປ ລາວ ກັບ ມະຫາວິທະຍາໄລ ຢູນນານ ສປ ຈີນ ໄດ້ດຳເນີນໄປໃນວັນທີ 13 ທັນວາ 2023 ທີ່ນະຄອນຫລວງວຽງຈັນ, ທັງນີ້ ເພື່ອສ້າງກົນໄກການຮ່ວມມື ກັບມະຫາວິທະຍາໄລ ຢູນນານ ໃນການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ໃນການຄົ້ນຄວ້າບັນຫາພົ້ນເດັ່ນ, ແລກປ່ຽນທັດສະນະ, ຂໍ້ມູນຂ່າວສານດ້ານວິຊາການ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ພ້ອມນັ້ນ, ກໍເປັນການສ້າງໃຫ້ມີນິຕິກຳຮ່ວມກັນ ເພື່ອເປັນເອກະສານອ້າງອີງ ໃນການພົວພັນຮ່ວມມືກັນໃນອານາຄົດຂອງທັງສອງຝ່າຍ.
ນອກຈາກນີ້, ສະຖາບັນການຕ່າງປະເທດ ແລະ ມະຫາວິທະ ຍາໄລຢູນນານ ຍັງຈັດສຳມະນາຮ່ວມກັນ ພາຍໃຕ້ຫົວຂໍ້: ການທູດປະເທດໃກ້ຄຽງຂອງ ສປ ຈີນ “China’s Neighborhood Diplomacy” ຍ້ອນວ່າປີນີ້, ເປັນປີແຫ່ງການສ້າງຕັ້ງການທູດປະເທດໃກ້ຄຽງຂອງ ສປ ຈີນ ຄົບຮອບ 10 ປີ ເຊິ່ງເປັນໂອກາດດີໃຫ້ຜູ້ເຂົ້າຮ່ວມຮັບຮູ້ ກ່ຽວກັບ ຜົນສຳເລັດດ້ານຕ່າງໆ ລວມທັງແນວທາງນະໂຍບາຍຂອງ ສປ ຈີນ ຕໍ່ກັບບັນດາປະເທດໃກ້ຄຽງ, ທັງເປີດໂອກາດແລກປ່ຽນຄຳເຫັນຄຳເຫັນລະຫວ່າງ ນັກຄົ້ນຄວ້າ, ຜູ້ບັນຍາຍຈາກ ສປ ຈີນ ແລະ ຜູ້ເຂົ້າຮ່ວມ ຂອງລາວ ທີ່ມາຈາກກົມກອງພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ກໍຄື ຜູ້ຕາງໜ້າຈາກສະຖານທູດຈີນ ປະຈຳ ສປປ ລາວ.

