ເຈົ້າແຂວງຈຳປາສັກ ເນັ້ນໃຫ້ລົງກວດກາສໍາຫລວດເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວທີ່ມີສະພາບເປ່ເພ ແລະ ຂຶ້ນແຜນປັບປຸງສ້ອມແປງໃຫ້ເປັນບຸລິມະສິດຮີບດ່ວນ
ວັນທີ 11 ທັນວາ 2023, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ຮ່ວມກັບ ຄະນະຮັບຜິດຊອບຈັດກິດຈະກໍາປີທ່ອງທ່ຽວລາວ 2024 ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ການກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024, ເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ຖວທ ແຂວງ.
ທ່ານ ວິໄລວົງ ບຸດດາຄໍາ ມີຄຳເຫັນໂອ້ລົມໃຫ້ຊີ້ທິດເຍືອງທາງວ່າ: ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນທີ່ຈະໄດ້ນໍາເອົາທິດຊີ້ນໍາຂອງກົມການເມືອງສູນກາງພັກ ກໍຄືລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃນລະດັບແຂວງ ແລະ ເມືອງໃຫ້ເປັນອັນລະອຽດ. ເພື່ອໃຫ້ການຈັດຕັ້ງປະຕິບັດແຜນການ ແລະ ຄາດໝາຍຕ່າງໆຂອງການກະກຽມປີທ່ອງທ່ຽວ 2024 ໃຫ້ມີຜົນສໍາເລັດ ທ່ານໄດ້ມອບໃຫ້ຄະນະພັກ - ອົງການປົກຄອງແຕ່ລະຂັ້ນ ໂດຍສະເພາະກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບແຕ່ລະຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ວຽກງານ ປກຊ – ປກສ ໃຫ້ ສະພາບລວມໃນທົ່ວແຂວງ ມີຄວາມສະຫງົບ, ສັງຄົມມີຄວາມປອດໄພ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນ ແລະ ແກ້ໄຂໃຫ້ທັນເວລາ ຈິ່ງຈະສາມາດສ້າງເງື່ອນໄຂໃຫ້ການສົ່ງເສີມ ແລະ ດຶງດູດການທ່ອງທ່ຽວໃຫ້ເຂົ້າມາແຂວງຈຳປາສັກໄດ້ຫຼາຍຂຶ້ນ; ຕ້ອງເອົາໃຈໃສ່ປັບປຸງລະບຽບການ ແລະ ຂັ້ນຕອນຕ່າງໆໃນການອໍານວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວໃຫ້ສະດວກວ່ອງໄວ ເປັນຕົ້ນແມ່ນ ການແຈ້ງເອກະສານເຂົ້າ – ອອກເມືອງຂອງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ – ອອກເມືອງ ຕ້ອງໃຫ້ວ່ອງໄວ ແລະ ໂປ່ງໃສ, ການຈ່າຍເງິນຄ່າທໍານຽມຕ່າງໆໃຫ້ ລວມສູນບໍລິການບ່ອນດຽວ ເພື່ອສະດວກ ແລະ ມີປ້າຍບອກລາຄາຄ່າທໍານຽມ, ຄ່າບໍລິການຕ່າງໆໄວ້ສະຖານທີ່ເປີດເຜີຍ.
ພ້ອມນີ້ ມອບໃຫ້ຄະນະພັກ - ອົງການປົກນະຄອນປາກເຊ ແລະ 9 ເມືອງ ເພີ່ມທະວີປຸກລະດົມໃຫ້ສັງຄົມ ແລະ ປະຊາຊົນມີສ່ວນຮ່ວມ ໃນການເພີ່ມທະວີການຮັກສາຄວາມສະອາດສວຍງາມ, ການກຳຈັດຂີ້ເຫຍື້ອໃນຕົວເມືອງ, ຄິວລົດໂດຍສານ, ຕະຫຼາດ ແລະ ສະຖານທີ່ສາທາລະນະຕ່າງໆ. ພ້ອມນັ້ນກໍປະດັບປະດາສໍານັກງານອົງການ ພາກລັດ, ເອກະຊົນ ແລະ ບ້ານເຮືອນປະຊາຊົນໃຫ້ມີຄວາມສະອາດສວຍງາມ ແລະ ຕ້ອນຮັບນັກທ່ອງທ່ຽວ ດ້ວຍມິດຕີຈິດມິດຕະພາບ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ເມື່ອມາແລ້ວ ຢາກກັບມາແຂວງຈຳປາສັກອີກເທື່ອໃໝ່; ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນເອົາໃຈໃສ່ ແກ້ໄຂບັນຫາການຄຸ້ມຄອງລົດໂດຍສານ ໃຫ້ເຂົ້າບໍລິການລວມສູນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງດ້ວຍລົດໂດຍສານທັງພາບໃນ ແລະ ຕ່າງປະເທດ ໃຫ້ສາມາດເຊື່ອມຕໍ່ ລົດໄປຫາແຫຼ່ງທ່ອງທ່ຽວຕ່າງໆ ໄດ້ສະດວກຂຶ້ນ. ພ້ອມນັ້ນ ກໍໃຫ້ກວດກາສະພາບເຕັກນິກ ແລະ ສິ່ງອໍານວຍຄວາມສະດວກຂອງລົດໂດຍສານ ແລະ ລົດນໍາທ່ຽວ ໃຫ້ໄດ້ມາດຕະຖານ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນໃນປີທ່ອງທ່ຽວ 2024 ນີ້. ນອກນີ້ ກໍໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບເມືອງ ແລະ ນະຄອນປາກເຊ ລົງກວດກາສໍາຫຼວດເສັ້ນທາງເຂົ້າຫາແຫຼ່ງ ທ່ອງທ່ຽວຕ່າງໆ ທີ່ມີສະພາບເປ່ເພ ແລະ ຂຶ້ນແຜນປັບປຸງສ້ອມແປງ ໃຫ້ເປັນບຸລິມະສິດຮີບດ່ວນ ໃຫ້ທັນໃນປີທ່ອງທ່ຽວນີ້ມອບໃຫ້ພະແນກອຸດສະຫະກຳ ແລະ ການຄ້າ ຊຸກຍູ້ສົ່ງເສີມຜະລິດຕະພັນ ແລະ ສິນຄ້າທີ່ຕິດພັນກັບ ການທ່ອງທ່ຽວເປັນຕົ້ນແມ່ນເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກ ແລະ ອາຫານເຄື່ອງບໍລິໂພກ ທີ່ເປັນ ເອກະລັກສະເພາະຂອງທ້ອງຖິ່ນ ແລະ ຊຸມຊົນຕ່າງໆຕອບສະໜອງແກ່ນັກທ່ອງທ່ຽວ ເພື່ອຊີ້ເປັນເຄື່ອງ ຕ້ອນຂອງຝາກໃຫ້ນັກທ່ອງທ່ຽວ.
ມອບພະແນກ ຖວທ ແຂວງ ສົມທົບກັບເມືອງ, ນະຄອນ ແລະ ຜູ້ປະກອບການບໍລິການທ່ອງທ່ຽວແຕ່ລະແຫ່ງ ລົງຕິດຕາມກວດກາ ແລະ ຊຸກຍູ້ຕື່ມສະຖານທີ່ແຫຼ່ງທ່ອງທ່ຽວທີ ເພື່ອໃຫ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງຕ່າງທີ່ຈຳເປັນໃຫ້ແກ່ການທ່ອງທ່ຽວ ເປັນຕົ້ນ ຫ້ອງນໍ້າໃນເຂດແຫຼ່ງທ່ອງທ່ຽວ, ປ້າຍຊີ້ບອກຈຸດທ່ອງທ່ຽວ, ປ້າຍແນະນໍາແຫຼ່ງທ່ອງທ່ຽວ, ປ້າຍໂຄສະນາປີທ່ອງທ່ຽວລາວ 2024 ເພື່ອປຸກລະດົມທົ່ວສັງຄົມໃຫ້ມີຄວາມຕື່ນຕົວປະກອບສ່ວນໃນການເປັນເຈົ້າພາບທີ່ດີ ໄປຄຽງຄູ່ກັບການຄຸ້ມຄອງການບໍລິການຂອງໂຮງແຮມ, ຮ້ານອາຫານ ແລະ ບໍລິສັດນໍາທ່ຽວໃຫ້ມີການປັບປຸງດ້ານຄຸນນະພາບ ແລະ ຄາລາສົມເຫດສົມຜົນ ໂດຍມີການແຈ້ງລາຄາຕ່າງໆໃຫ້ລູກຄໍາຮັບຊາບ ກ່ອນໃຫ້ການບໍລິການ; ມອບໃຫ້ພະແນກການເງິນແຂວງ ຄົ້ນຄວ້າແຫຼ່ງງົບປະມານຂອງພາກລັດ ເພື່ອເປັນພື້ນຖານໃຫ້ແກ່ການຈັດກິດຈະກຳປີ ທ່ອງທ່ຽວໃນ 12 ກິດຈະກຳທີ່ຮອງຮັບ ແລະ ສົມທົບກັບການປຸກລະດົມການປະກອບສ່ວນຂອງພາກທຸລະກິດ ແລະ ສົງຄົມມີສ່ວນຮ່ວມ ເພື່ອສ້າງຂະບວນການ ແລະ ບັນຍາກາດຂອງປີທ່ອງທ່ຽວລາວໃຫ້ມີບັນຍາກາດຟົດຟື້ນ. ນອກນີ້ ເຈົ້າແຂວງຍັງເນັ້ນໜັກໃຫ້ເພີ່ມທະວີການໂຄສະນາກິດຈະກຳທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວໃນທົ່ວແຂວງ.ຜ່ານສື່ອອນລາຍ ແລະ ສື່ຕ່າງໆຫຼາຍຮູບແບບ ເພື່ອໃຫ້ເຂົ້າເຖິງທຸກກຸ່ມຄົນ ຫຼື ເຊີນເອົາບຸກຄົນທີ່ມີສື່ສຽງ ມາຊ່ວຍໃນການໂຄສະນາການທ່ອງທ່ຽວ ໂດຍສະເພາະຈັດເປັນໂປໂມຊັນພິເສດ ຫຼື ແຟັກເກັດທົ່ວພິເສດ ໂດຍຫຼາຍພາກສ່ວນຮ່ວມກັນຈັດລາຄາພິເສດ ເພື່ອເປັນການດຶງດູດນັກທ່ອງທ່ຽວ.

