ອົງການອະນາໄມໂລກພົບ ຢາຊະນິດນໍ້າປົນເປື້ອນ ຢູ່ອີກຫລາຍພາກພື້ນ

ອົງການອະນາໄມໂລກ (WHO) ລະບຸວ່າ: ມີການພົບຢາຊະນິດນໍ້າປົນເປື້ອນຈໍານວນຫລາຍຢູ່ປະເທດຕ່າງໆໃນພາກພື້ນຂອງ WHO ໄດ້ແກ່: ອາເມລິກາ, ເມດິເຕີເຣນຽນຕາເວັນອອກ, ອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກຕາເວັນຕົກ.
ວັນທີ 11 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: WHO ລະບຸວ່າ: ຜະລິດຕະພັນທີ່ໄດ້ຮັບຜົນກະທົບ ຜະລິດໂດຍບໍລິສັດ ຟາຣມິກ ລາບໍເຣດຣີ ຢູ່ປາກິດສະຖານ ແລະ ຖືກກວດພົບຄັ້ງທໍາອິດຢູ່ມານດິບ ແລະ ປາກິດສະຖານ ອີກທັງຍັງມີການພົບຜະລິດຕະພັນທີ່ປົນເປື້ອນບາງສ່ວນຢູ່ເບລີດ, ຟິຈິ ແລະ ລາວ.
ການແຈ້ງເຕືອນດັ່ງກ່າວ ຖືເປັນຄໍາເຕືອນຫລ້າສຸດຈາກ WHO ກ່ຽວກັບຢາທີ່ປົນເປື້ອນໃນລັກສະນະດຽວກັນ ທີ່ຜະລິດຢູ່ອິນເດຍກັບອິນໂດເນເຊຍ ເຊິ່ງເຊື່ອມໂຍງການເສຍຊີວິດຂອງເດັກນ້ອຍປະມານ 300 ຄົນທົ່ວໂລກ ໃນປີຜ່ານມາ.
WHO ລະບຸໃນຖະແຫລງການວັນທີ 7 ທັນວາຜ່ານມາວ່າ: ບໍ່ມີລາຍງານເຫດການບໍ່ເພິ່ງປະສົງໃດໆ ກ່ຽວກັບຢາຊະນິດນໍ້າທີ່ຜະລິດຢູ່ປາກິດສະຖານ, ແຕ່ໜ່ວຍງານຮຽກຮ້ອງໃຫ້ປະເທດຕ່າງໆຍົກລະດັບການເຝົ້າລະວັງ ແລະ ທົດສອບຜະລິດຕະພັນທີ່ມາຈາກຟາຣມິກ ລະຫວ່າງເດືອນທັນວາ 2021 ຫາເດືອນທັນວາ 2022.
ທັງນີ້, ການປົນເປືອນດັ່ງກ່າວຖືກພົບໃນຢາຊະນິດນໍ້າ Alergo ໃນການກວດສອບຕາມປົກກະຕິຂອງອົງການອາຫານ ແລະ ຢາແຫ່ງມານດິບ ໃນເດືອນພະຈິກ ແລະ ໄດ້ຮັບການຢືນຢັນຈາກໜ່ວຍງານເບິ່ງແຍງຂອງອົດສະຕຣາລີໃນເວລາຕໍ່ມາ.
ຈາກການກວດສອບຕິດຕາມຢູ່ໂຮງງານຜະລິດຢາຂອງຟາຣມິກ ເຊິ່ງດໍາເນີນໂດຍໜ່ວຍງານເບິ່ງແຍງຢາແຫ່ງປາກິດສະຖານ (DRA) ພົບວ່າ: ຜະລິດຕະພັນອື່ນໆອີກຈໍານວນໜຶ່ງມີການປົນເປື້ອນເຊັ່ນກັນ ສົ່ງຜົນໃຫ້ DRA ສັ່ງໃຫ້ບໍລິສັດຢຸດການຜະລິດຢານໍ້າແບບຮັບປະທານທັງໝົດ ແລະ ອອກປະກາດຮຽກຄືນຜະລິດຕະພັນໃນເດືອນພະຈິກຜ່ານມາ.
WHO ລະບຸອີກວ່າ: ຢາທີ່ໄດ້ຮັບຜົນກະທົບທັງໝົດ 23 ຊຸດ ປະກອບມີ: ຢານໍ້າອາເລີໂກ, ຢານໍ້າແຂວນຕະກອນເອມິໂດເນ (Emidone), ຢານໍ້າມິໂຄຣິດ (Mucorid), ຢານໍ້າອຸລໂຄຟິນ (Ulcofin) ແລະ ຢານໍ້າຊິນເຊລ (Zincell) ເຊິ່ງຮອດຕອນນີ້ມີພຽງຢານໍ້າອາເລີໂກເທົ່ານັ້ນທີ່ຖືກພົບນອກປາກິດສະຖານ.

