ເກີດເຫດໂຈນລັກເຂົ້າເຮືອນງັດຕູ້ເຊບເອົາເງິນສົດ ແລະ ຄຳ 60 ບາດ

ວັນທີ 10 ທັນວາ 2023, ຜູ້ໃຊ້ເຟສບຸກ Lar Noi Taiourane ໄດ້ໂພສວ່າ: ວັນທີ 8 ທັນວາ 2023 ຜ່ານມາ, ມີໂຈນລັກເຂົ້າເຮືອນເອື້ອຍຜູ້ກ່ຽວຢູ່ບ້ານ ໄຊ ເມືອງໄຊທານີ ນະຄອນຫລວງວງງຈັນ ໂຈນໄດ້ງັດຕູ້ເຊບລັກເອົາຄຳ ຈຳນວນ 60 ບາດ ແລະ ສົດຈຳນວນໜຶ່ງໄປ. ພ້ອມທັງປົດເອົາຊີພີຄວາມຈຳຂອງກ້ອງວົງຈອນປິດໄປນຳ.
ຖ້າຫາກທ່ານໃດຮູ້ເບາະແສສາມາດຕິດຕໍ່ແຈ້ງຫາເຟສບຸກ Lar Noi Taiourane ຫລື ແຈ້ງເຈົ້າໜ້າທີ່ຕຳຫລວດ ເພື່ອນຳຈັບຕົວຜູ້ກໍ່ເຫດລັກຊັບຄັ້ງນີ້ມາລົງໂທດຕາມກົດໝາຍ ແລະ ທັງເປັນການປ້ອງກັນບໍ່ໃຫ້ໄປກໍ່ເຫດນຳຄົນອື່ນອີກຕໍ່ໄປ.
อาจเป็นรูปภาพของ 9 คน และ ในอาคาร