ອີຣັກສັ່ງຖ້ຽວບິນຕ່າງປະເທດ ຫ້າມເຂົ້າ-ອອກເມືອງເອີບິລ

ຜູ້ອຳນວຍການສະໜາມບິນເມືອງເອີບິລ ເມືອງເອກຂອງເຂດປົກຄອງຕົນເອງເກີດິສຖານແຫ່ງອີຣັກ ເປີດເຜີຍໃນວັນທີ 28 ກັນຍາວ່າ: ນັບແຕ່ວັນທີ 29 ກັນຍາເປັນຕົ້ນໄປ ຖ້ຽວບິນຕ່າງປະເທດທັງໝົດຈະບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າ ຫລື ອອກຈາກເມືອງເອີບິລ. ທັງນີ້ເປັນໄປຕາມຄຳສັ່ງຂອງລັດຖະບານອີຣັກ.
ຜູ້ອຳນວຍການສະໜາມບິນເມືອງເອີບິລ ເປີດເຜີຍວ່າ: ຄຳສັ່ງດັ່ງກ່າວຈະເລີ່ມມີຜົນບັງຄັບໃຊ້ແຕ່ເວລາ 18:00 ໂມງ ຂອງວັນທີ 29 ກັນຍາ ຕາມເວລາທ້ອງຖິ່ນ ຫລື ກົງກັບເວລາ 22:00 ໂມງ ຕາມເວລາຢູ່ລາວ ໂດຍເປັນການຕັດສິນໃຈຂອງລັດຖະບານອີຣັກ ແລະ ນາຍົກລັດຖະມົນຕີ ໄຮເດີ ອັດ ອາບາດີ, ພາຍຫລັງເກີດິສຖານຈັດການລົງປະຊາມະຕິແຍກເປັນເອກະລາດ ໃນວັນທີ 25 ກັນຍາ ແລະ ກ່າວວ່າ: ທ່ານຮູ້ສຶກເສຍໃຈຕໍ່ການຕັດສິນໃຈດັ່ງກ່າວຂອງລັດຖະບານອີຣັກ ເຊິ່ງອາດສົ່ງຜົນກະທົບຕໍ່ຄວາມພະຍາຍາມໃນການປາບປາມກຸ່ມລັດອິດສະລາມ ຫລື IS ໃນອີຣັກ ແລະ ຊີຣີ ລວມທັງການຈັດສົ່ງການຊ່ວຍເຫລືອໄປໃຫ້ຜູ້ລີ້ໄພ ແລະ ກ່າວວ່າ: ການຕັດສິນໃຈນີ້ບໍ່ໄດ້ເປັນການຕັດສິນໃຈທີ່ຖືກຕ້ອງ ເນື່ອງຈາກບໍ່ໄດ້ສົ່ງຜົນກະທົບຕໍ່ຊາວເຄີດເທົ່ານັ້ນ, ແຕ່ຍັງລວມໄປເຖິງປະຊາຄົມສາກົນນຳອີກ.

