ມອບແນວພັນເຂົ້າ 30 ໂຕນ ໃຫ້ເມືອງຄູນຄຳ ແລະ ເມືອງຄຳເກີດ ທີ່ຖືກຜົນກະທົບຜ່ານມາ ເພື່ອນຳໃຊ້ເຂົ້າໃນການຜະລິດເຂົ້າໃນຕໍ່ໜ້າ

ວັນທີ 28 ພະຈິກ 2023, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາແນວພັນເຂົ້າ 30 ໂຕນ  ມາມອບໃຫ້ເມືອງຄູນຄຳ ແຂວງຄໍາມ່ວນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ເພື່ອນຳໃຊ້ເຂົ້າໃນການຜະລິດເຂົ້າ ແລະ ຂະຫຍາຍແນວພັນໃນຕໍ່ໜ້າໃຫ້ຫລາຍຂຶ້ນ, ເປັນການສ້າງຜົນປະໂຫຍດໂດຍກົງໃຫ້ປະຊາຊົນທ້ອງຖິ່ນໃນການແກ້ໄຂຄວາມທຸກຍາກ ແລະ ຄວາມເດືອດຮ້ອນຈາກນ້ຳຖ້ວມໃນຜ່ານມາ.

ເຂົ້າທີ່ນຳມາມອບຄັ້ງນີ້ມີທັງໝົດ 7 ແນວພັນທີ່ເປັນພັນເຂົ້າຮຸ້ນ 2 ຄື: ແນວພັນ ວຽງຈັນ 450-2, ແນວພັນທ່າດອກຄໍາ 14 ແລະ ແນວພັນທ່າດອກຄໍາ 8 ເຊິ່ງເປັນແນວພັນທີ່ ສ ປປ ລາວ ໄດ້ສົ່ງອອກໄປຂາຍໃຫ້ ສປ ຈີນ. ເຊິ່ງມອບໃຫ້ ເມືອງຄູນຄໍາ ແຂວງຄໍາມ່ວນ 20 ໂຕນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈໍານວນ 10 ໂຕນ. ນອກນີ້ ຍັງມີແນວພັນທີ່ປັບປຸງຂຶ້ນມາໃໝ່ຈໍານວນ 4 ແນວພັນ ເຊິ່ງເປັນແນວພັນທີ່ມີຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບພະຍາດຂອບໃບແຫ້ງ, ພະຍາດໃບໄໝ້ ແລະ ພະຍາດຄໍຮວງເໜົ່າຄື: ແນວພັນຫອມທ່າດອກຄໍາ 8 ແລະ ຫອມທ່າດອກຄໍາ 15 ໄດ້ຈົດທະບຽນເປັນແນວພັນສົງເສີມ ຢູ່ກົມປູກຝັງໃນປີ 2022, ສ່ວນແນວພັນຫອມທ່າດອກຄໍາ 16 ແລະ ຫອມທ່າດອກຄໍາ 17 ໄດ້ຈົດທະບຽນເປັນແນວພັນ ສົ່ງເສີມ ກັບກົມປູກຝັງໃນປີ 2023. ສໍາລັບແນວພັນເຂົ້າທີ່ນໍາມາມອບໃນຄັ້ງນີ້ສາມາດໃຫ້ຜົນລະລິດແຕ່ 4-6 ໂຕນຕໍ່ເຮັກຕາ.

ໂຄງການສ້າງໂອກາດໃຫ້ຊາວນາໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຮອງຮັບການປ່ຽນແປງຂອງສະພາບແວດລ້ອມ, ສະພາບດີນຟ້າອາກາດ ໄດ້ຮັບທຶນຊ່ວຍເຫລືອຈາກ ອົງການອົງການຮ່ວມມື ແລະ ປະສານງານ ຂອງປະເທດຕັວກກີ ຫລື ຕິກາ ຜ່ານທາງສະຖານທູດ ປະເທດ ຕວັກກີ ປະຈໍາ ສປປ ລາວ ຕາງໜ້າໂດຍທ່ານ ອໍຮັນ ອິຊິກ ເອກອັກຄະລັດຖະທູດ ແຫ່ງປະເທດ ຕວັກກີ ປະຈໍາ ສປປ ລາວ.