ຈີນພັດທະນາເຄື່ອງມືປັນຍາປະດິດ ຊ່ວຍກວດຫາມະເຮັງໄລຍະເລີ່ມຕົ້ນ

ສະຖາບັນ DAMO Academy ເຊິ່ງເປັນໜ່ວຍງານວິໄຈທາງວິທະຍາສາດຂອງອາລີບາບາ ພັດທະນາໂມເດລປັນຍາປະດິດ (AI) ທີ່ສາມາດຊ່ວຍກວດຫາມະເຮັງຕັບອ່ອນໄລຍະເລີ່ມຕົ້ນ ໂດຍໃຊ້ຮູບເອັກສະເຣເຊິ່ງມີຄວາມແນ່ນອນສູງ.

ວັນທີ 23 ພະຈິກ, ສໍານັກຂ່າວຊິນຮົວລາຍງານວ່າ: ໂມເດລແພນດາ (PANDA) ເຊິ່ງເປັນ deep learning ຫລື ແນວທາງໜຶ່ງຂອງປັນຍາປະດິດ ທີ່ພັດທະນາໂດຍສະຖາບັນ DAMO Academy ສາມາດຂະຫຍາຍ ແລະ ລະບຸລັກສະນະທາງພະຍາດວິທະຍາແບບລະອຽດໃນຮູບເອັກສະເຣທໍາມະດາທີ່ກວດພົບໄດ້ຍາກດ້ວຍຕາເປົ່າ.

ມະເຮັງຕັບອ່ອນ ຄືຊີ້ນປົ່ງທີ່ເປັນຊີ້ນຮ້າຍຊະນິດຮຸນແຮງ. ເຖິງຢ່າງໃດກໍຕາມ, ສາມາດປິ່ນປົວໃຫ້ເຊົາໄດ້ ຖ້າກວດພົບແຕ່ໄລຍະເລີ່ມຕົ້ນ.

ແພນດາຖືກເຝິກໂດຍໃຊ້ຊຸດຂໍ້ມູນຄົນເຈັບ 3.208 ຄົນ ຈາກສະຖາບັນວິໄຈແຫ່ງດຽວ ໂດຍຜົນການສຶກສາທີ່ໄດ້ຮັບການເຜີຍແພ່ໃນວາລະສານເນເຈີ ເມດິຊີນ ພົບວ່າ: ເຄື່ອງມືປັນຍາປະດິດດັ່ງກ່າວມີຄວາມໄວ 94,9% ແລະ ຄວາມຈໍາເພາະເຕັມ 100% ໃນກຸ່ມທົດລອງພາຍໃນຄວບຄຸມຄົນເຈັບ 291 ຄົນ ຈາກສະຖາບັນພະຍາດຕັບອ່ອນຊຽງໄຮ້.

ຕໍ່ມາ ໂມເດລດັ່ງກ່າວຖືກນໍາເອົາໄປກວດສອບໃນກຸ່ມສະຖາບັນວິໄຈພາຍນອກ ຄວບຄຸມຄົນເຈັບ 5.337 ຄົນ ຈາກຈີນ ແລະ ສ.ເຊັກ ໂດຍໃຊ້ການກວດບົ່ງມະຕິພະຍາດດ້ວຍເຄື່ອງເອັກສະເຣຄອມພິວເຕີ ຫລື ຊີທີສແກນ ໃນຊ່ອງທ້ອງ ເຊິ່ງພົບວ່າໂມເດລນີ້ມີຄວາມໄວ ແລະ ຄວາມຈໍາເພາະ ຢູ່ລະດັບ 93,3% ແລະ 98,8% ຕາມລໍາດັບ ເຊິ່ງມີປະສິດທິພາບສະເລ່ຍເໜືອກວ່າລັງສີແພດ.

ຄວາມໄວ (Sensitivity) ຂອງການທົດລອງ ໝາຍເຖິງ ຄວາມສາມາດໃນການລະບຸບຸກຄົນ ເຊິ່ງມີຜົນຂອງພະຍາດເປັນບວກ. ຂະນະທີ່ຄວາມຈໍາເພາະ (specificity) ຄືຄວາມສາມາດໃນການລະບຸບຸກຄົນທີ່ບໍ່ມີຜົນຂອງພະຍາດເປັນລົບ.

ໂມເດລແພນດາຖືກນໍາເອົາມາໃຊ້ໃນທາງຄລີນິກຫລາຍກວ່າ 500.000 ຄັ້ງ ແລະ ພົບຜົນບວກປອມພຽງ 1 ຄັ້ງ ໃນທຸກ 1.000 ຄັ້ງ ເຊິ່ງຄະນະນັກວິໄຈສະແດງຄວາມເຊື່ອໝັ້ນວ່າ: ແພນດາອາດກາຍເປັນເຄື່ອງມືໃໝ່ ສໍາລັບການກວດຄັດກອງມະເຮັງຕັບອ່ອນໃນວົງກວ້າງ.