ປະກາດແຕ່ງຕັ້ງຮອງປະທານ ຜູ້ປະຈຳການ, ກຳມະການ, ຄະນະກຳມະການ ປກຊ-ປກສ ແຂວງຫລວງພະບາງ

ວັນທີ 22 ພະຈິກ 2023 ໄດ້ມີພິທີປະກາດແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ, ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫລວງພະບາງ ໂດຍການເປັນປະທານຂອງ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະກຳມະການຂັ້ນແຂວງ, ຕາງໜ້າການນຳແຂວງ, ຫ້ອງການປກຊ-ປກສ, ພະນັກງານຫຼັກແຫລ່ງກອງບັນຊາການ ປກຊ – ປກສ ເຂົ້າຮ່ວມ.
ພັອ ປອ ຄຳຜີວ ມະນີວົງ ຮອງຫົວໜ້າຫ້ອງການ ປກຊ-ປກສ ສູນກາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 475/ ຄລສພ ລົງວັນທີ 7 ກໍລະກົດ 2023 ວ່າດ້ວຍການແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ, ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຂວງຫລວງພະບາງ ຈຳນວນ 5 ທ່ານ ແຕ່ງຕັ້ງ:
1 ພົນຈັດຕະວາ ວິລ່ຽມ ວົງທິສານ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ.
2 ພົນຈັດຕະວາ ຕູ່ຊົງ ປັດໄຈ ເປັນຮອງປະທານ.
3 ທ່ານ ເພັງ ຄຳມະວົງ ເປັນກຳມະການ.
4 ພັນເອກ ສີວິໄຊ ເພັງສັນຕິສຸກ ເປັນກຳມະການ.
5 ພັນເອກ ຄຳເພົາ ເດດບັນດິດ ເປັນກຳມະການ.
อาจเป็นรูปภาพของ 10 คน และ ข้อความ