ສ.ເກົາຫລີ ສົ່ງອອກໝີ່ສຳເລັດຮູບ ເພີ່ມຂຶ້ນ ເປັນປະຫວັດສາດ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ເຊອຸນ ຂອງ ສ.ເກົາຫລີ ໃນວັນທີ 20 ພະຈິກ 2023 ສຳນັກງານ ພາສີ ສ.ເກົາຫລີ ເປີດເຜີຍວ່າ: ໃນລະຫວ່າງ ເດືອນ ມັງກອນ-ເດືອນຕຸລາ ປີນີ້, ການສົ່ງອອກ ໝີ່ສຳເລັດຮູບ ຂອງ ປະເທດນີ້ ບັນລຸ ມູນຄ່າ 785,25 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 24,7%, ສ່ວນດ້ານປະລິມານ ລວມມີ 201.363 ໂຕນ ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ໄລຍະ ເວລາດຽວກັນ ຂອງ ປີກາຍນີ້. ປັດຈຸບັນ, ຜູ້ຜະລິດໝີ່ ຂອງ ສ.ເກົາຫລີ ໄດ້ສົ່ງອອກ ສິນຄ້າ ໄປຍັງ ປະເທດຕ່າງໆ ຢ່າງໜ້ອຍ 128 ປະເທດ. ໃນນັ້ນ ຕະຫລາດໃຫຍ່ ທີ່ສຸດ 3 ອັນດັບໄດ້ແກ່: ຈີນ, ສ.ອາເມລິກາ ແລະ ຍີ່ປຸ່ນ ຖັດມາ ໂຮນລັງ, ມາເລເຊຍ,ຟີລິບປິນ, ອົດສະຕຣາລີ, ໄທ ແລະ ອື່ນໆ.