ແຂວງໄຊສົມບູນ ເປີດການຝຶກຊ້ອມກໍາລັງປະກອບອາວຸດ

ວັນທີ 20 ພະຈິກ 2023 ແຂວງໄຊສົມບູນ ໄດ້ເປີດການຝຶກຊ້ອມໃຫ້ກໍາລັງປະກອບອາວຸດ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ໂດຍການເປັນປະທານ ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ປະທານ ປກຊ-ປກສ ແຂວງ ເຈົ້າແຂວງໄຊສົມບູນ, ມີການນໍາແຂວງໄຊສົມບູນ, ຄະນະນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ກໍາລັງປກສ ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຄໍາອີ້ງ ກິ່ງແກ້ວ ກໍາມະການຄະນະປະຈໍາພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຜ່ານຈຸດປະສົງ ແລະ ຄາດໝາຍ ວຽກງານອົບຮົມ-ຫັດແອບ ປກຊ-ປກສ ເພື່ອເປັນການຮັກສາສະຖຽນລະພາບທາງດ້ານການເມືອງຂອງແຂວງໄວ້ຢ່າງໝັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ ຍູ້ແຮງການພັດທະນາເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ທັງເປັນເປັນການກວດກາ, ຕີລາຄາໃນການຈັດຕັ້ງປະຕິບັດວຽກງານຊີ້ນໍາ, ນໍາພາ, ບັນຊາ ກຳລັງ ປກຊ- ປກສ ແລະ ອົງການປົກຄອງແຂວງ, ເມືອງໃນການກະກຽມ, ປະຕິບັດໃນການກຽມພ້ອມສູ້ຮົບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບວຽກເສນາທິການ, ທັງເປັນການທົດສອບຄວາມມານະຈິດອົດທົນ ຜ່ານຜ່າຂອງພະນັກງານ-ນັກຮົບ ໃຫ້ຮູ້ຈັກໝູນໃຊ້ທິດສະດີຫຼັກການ, ສິນລະປະຍຸດ-ຍຸດທະວິທີ, ຍຸດທະບັ້ນຮົບສູ້ຮົບປ້ອງກັນບໍລິເວນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ແລະ ແກ້ໄຂບັນດາກໍລະນີຕ່າງໆທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ໃນການປະສານສົມທົບລະຫວ່າງຄະນະກຳມະການ ປກຊ-ປກສ ແຂວງ, ບັນດາກຳລັງ ປະກອບອາວຸດ ແລະ ບັນດາພະແນກການຂອງແຂວງ, ເມືອງໃນການຮັບປະກັນສະພາບໃຫ້ມີຄວາມສະຫງົບສາມາດຕອບສະໜອງໃນການຈັດຕັ້ງດ້ານກໍາລັງພົນ, ພາຫະນະອາວຸດ-ຍຸດໂທປະກອນຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ເພື່ອເປັນການຕີລາຄາສະພາບການ, ການຫຼົບຫຼີກ ຕີຕອບຕ້ານ ບັນດາລ່ຽມລາຍ ກົນອຸບາຍ ຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ ຮັບປະກັນເຮັດໃຫ້ແຂວງໄຊ ສົມບູນມີຄວາມສະຫງົບ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເປັນເຈົ້າການຍົກສູງຍຸດທະສາດ-ຍຸດທະບັ້ນຮົບໃນການຝຶກຊ້ອມໃນຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ, ຕີຕ້ານປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງໃຫ້ຂາດຕົວ, ຖືເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກເປັນໜ້າທີ່ຂອງໝົດທຸກຄົນ, ຊຸກຍູ້ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ໜູນໜິບການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການພັດທະນາ ຕິດພັນກັບວຽກງານ ປກຊ-ປກສ ບົນພື້ນຖານຕ້ອງຍຶດໝັ້ນ 6 ຫຼັກການ ແລະ 9 ປະຖົມປັດຖານໃໝ່ຂອງພັກ ຖືເອົາການເມືອງ, ການທະຫານເປັນທີ່ຕັ້ງ, ເອົາເສດຖະກິດ-ສັງຄົມ ເປັນໃຈກາງ ແລະ ເອົາການພັດທະນາເປັນສໍາຄັນ.
ເພື່ອຮັບປະກັນເຮັດໃຫ້ການຝຶກຊ້ອມກໍາລັງປະກອບອາວຸດປ້ອງກັນແຂວງໄຊສົມບູນໃນຄັ້ງນີ້ດໍາເນີນໄປຖືກຕາມທິດຊີ້ນໍາຂອງຂັ້ນເທິງ ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຖືກເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາໃຈໃສ່ໃນການຝຶກຊ້ອມໃຫ້ມີຜົນສໍາເລັດຕາມແຜນການ, ສາມາດໄດ້ທຸກກໍລະນີ ແລະ ຈຸດຄົງຄ້າງໃຫ້ຂາດຕົວ, ບັນດາແກ້ໄຂໜໍ່ແໜງກໍໃຫ້ເກີດຄວາມບໍ່ສະຫງົບພາຍໃນ ຖືເອົາບັ້ນຝຶກຊ້ອມໃນຄັ້ງນີ້ເປັນບັ້ນທົດສອບໜຶ່ງທີ່ໜັກໜວງ ແລະ ມີກຽດ; ປະສານສົມທົບລະຫວ່າງສອງກໍາລັງ ແລະ ອໍານາດການປົກຄອງທ້ອງຖິ່ນ ນັບແຕ່ຂັ້ນອົງການລົງຮອດຮາກຖານປະຊາຊົນໃນການເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາຂັ້ນຕ່າງໆ; ເອົາໃຈໃສ່ໃນການປະຕິບັດລະບຽບວິໄນການອົບຮົມ-ຫັດແອບໃຫ້ເຂັ້ມງວດ, ຮັດແໜ້ນຄວາມສາມັກຄີລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອເຮັດໃຫ້ການຝຶກຊ້ອມໃນຄັ້ງນີ້ບັນລຸຕາມແຜນການ ແລະ ຄາດໝາຍ ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ ຮັບປະກັນເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ.
อาจเป็นรูปภาพของ 2 คน, ตาราง, ดอกไม้, แท่นบรรยาย และ ข้อความ
ຂ່າວ-ພາບ: ໜັງສືພິມກອງທັບ