ຍາມໜາວຈະມາຮອດແລ້ວ ໃຫ້ລະວັງພະຍາດລະດູການ

ໂດຍ: ທ່ຽງທຳ
ເພື່ອນຜູ້ຮັກທີ່ແພງ, ໃຫ້ເອົາໃຈໃສ່ຮັກສາສຸຂະພາບຂອງຕົນໃຫ້ດີເນີ້, ອອກພັນສາແລ້ວ ອາກາດບ້ານເມືອງເຮົາກໍຈະຄ່ອຍໆໜາວເຢັນເຂົ້າມາແລ້ວ ແລະ ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນໄລຍະນີ້ກໍອາດແມ່ນພະຍາດທີ່ຈະມາກັບລະດູການ, ລະດູຝົນແມ່ນໄຂ້ຍຸງລາຍກໍຄ່ອຍໆຫລຸດຜ່ອນລົງແລ້ວ ແລະ ລະດູໜາວສ່ວນໃຫຍ່ກໍຈະແມ່ນໄຂ້ຫວັດ, ປອດອັກເສບ ແລະ ພະຍາດຫລອດລົມຫາຍໃຈອື່ນໆ. ຄືຜ່ານມານີ້ ທາງຂະແໜງກະສິກຳເພິ່ນກໍອອກມາແຈ້ງເຕືອນໃຫ້ພວກເຮົາລະມັດລະວັງພະຍາດໄຂ້ຫວັດສັດປີກກໍອາດມີຄວາມສ່ຽງສູງໃນໄລຍະນີ້ ແລະ ປັດຈຸບັນ ພະຍາດດັ່ງກ່າວກໍມີຫລາຍອັນເປັນຕາຢ້ານຫລາຍ ເນື່ອງຈາກການປ່ຽນແປງສາຍພັນຂອງມັນ ຈົນກະທັ້ງຮອດໄຂ້ຍຸງລາຍກໍມີຄວາມສ່ຽງເສຍຊີວິດສູງ ເຖິງເຮົາຈະມີວິທີປິ່ນປົວ ແຕ່ກໍຍັງມີຫລາຍອັນທີ່ເຮົາບໍ່ຄາດຄິດ. ດັ່ງນັ້ນ ໃນບົດຂຽນນີ້ກໍຂໍໃຫ້ຂະແໜງສາທາມີບົດແຈ້ງການຕັກເຕືອນປະຊາຊົນແດ່ ເພື່ອໃຫ້ເຂົາເຈົ້າມີສະຕິປ້ອງກັນຕົນເອງຕໍ່ພະຍາດແຕ່ລະຢ່າງທີ່ມັກຈະເກີດຂຶ້ນໃນແຕ່ລະລະດູການ, ແຕ່ເວົ້າແນວນີ້ກໍບໍ່ແມ່ນການສັ່ງສອນດອກ ໃນນາມສື່ມວນຊົນກໍເປັນຫ່ວງເຖິງສຸຂະພາບຂອງທົ່ວປວງຊົນເຮົາ, ມີຫຍັງກໍກ່າວເຕືອນກັນເພື່ອມີທາງອອກ. ເອົາລະ ! ເວົ້າມາກໍອາດເຫລືອ, ບາງທີ່ຂະແໜງການມະຫາພາກເພິ່ນກໍຈະກະກຽມໄວ້ຮຽບຮ້ອຍແລ້ວ, ບໍ່ແມ່ນວ່າອັນໃດກໍມິດຈີ່ຫລີ. ດັ່ງບູຮານເວົ້າວ່າ: “ມິດປານຫອຍໄຂ່” ບໍ່ແມ່ນດອກ !.

