ປກສ ເມືອງ ຈຳພອນ ກັກຕົວຊາຍໜຸ່ມຄ້າ-ຂາຍ ໃບກະທ່ອມ

ວິທະຍຸກະຈາຍສຽງ ສະຫວັນນະເຂດ ລາຍງານວ່າ: ວັນທີ 20 ພະຈິກ 2023 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງ ຈຳພອນ ສົມທົບກັບ ປກສ ກັກຕົວທ້າວ ຕີ໋ ອາຍຸ 23 ປີ ຢູ່ບ້ານ ເຫຼົ່າສຸລິຍະ ເມືອງຈຳພອນ ພ້ອມຂອງກາງຢາບ້າ 195 ເມັດ, ໃບກະທ່ອມ 3 Kg, ນ້ຳຢາດາທິດຊິນ (ສ່ວນປະສົມນ້ຳກະທ່ອມ) 31 ກວດ ແລະ ນ້ຳກະທ່ອມ 5 ຕຸກເທົ່າກັບ 7 ລິດ.

ປັດຈຸບັນທາງເຈົ້າໜ້າທີ່ ກຳລັງດຳເນີນການສືບສວນ- ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອມາດຳເນີນຄະດີລົງໂທດຕາມກົດໝາຍ.