ກຽມຈັດງານສັບປະດາດິຈິຕອນ 2024 ພາຍໃຕ້ ຄໍາຂວັນ: “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່”

ງານສັບປະດາດິຈິຕອນ 2024 (Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ: “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ”.
ວັນທີ 17 ພະຈິກ 2023 ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ່ ແລະ ການສື່ສານ ໄດ້ກ່າວວ່າ: ງານສັບປະດາດິຈິຕອນ 2024 ເປັນງານມະຫາກຳດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນງານຈະມີການວາງສະແດງເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ນະວັດຕະກຳຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານ ແລະ ຈະມີຫຼາຍກິດຈະກໍາຈັດຂຶ້ນພ້ອມກັນ ເປັນຕົ້ນແມ່ນ ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊື້ອເຊີນບັນດາລັດຖະມົນຕີຈາກປະເທດອ້ອມຂ້າງເຂົ້າຮ່ວມ; ກອງປະຊຸມສຳມະນາເປັນຕົ້ນແມ່ນ ເຕັກໂນໂລຊີ ອຸດສາຫະກຳ 4.0, ເສດຖະກິດດິຈິຕອນ, ເຕັກໂນໂລຊີອັດສະລິຍະ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ(Blockchain); ເວທີການພົບປະ (Networking) ເພື່ອສົນທະນາ ປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາ ການແຂ່ງຂັນ Lao ICT Awards 2024, ການແຂ່ງຂັນຄວາມປອດໄພທາງໄຊເບີ, Start-up, ແລະ ນະວັດຕະກໍາ ຕ່າງໆ ແລະ ພິເສດ ຈະໄດ້ປະກາດ ວັນດິຈິຕອນ ຂອງ ສປປ ລາວ 10.01(10 ມັງກອນ) ຊຶ່ງຈະເປັນເຫດການປະຫວັດສາດ ສໍາຄັນ ໃນການຫັນເປັນທັນສະໄໝແບບດິຈິຕອນ ຂອງ ສປປ ລາວ ເປັນການເປີດໂອກາດ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ, ສົ່ງເສີມ ແລະ ເຜີຍແຜ່ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ອຸດສາຫະກໍາການຜະລິດ, ການບໍລິການ ການພັດທະນາ ຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ແລະ ການສື່ສານ.