ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງພະບາງ ຈັດກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງປ້າຍໂຄສະນາໃນເທສະບານ ນະຄອນຫລວງພະບາງ ເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນຫລວງພະບາງ, ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນນະຄອນ, ແລະ ອົງການປົກຄອງບ້ານໃນເທສະບານ ເຂົ້າຮ່ວມ.
ທ່ານ ຄໍາຜຸຍ ສີຫານາດ ຫົວໜ້າຫ້ອງການ ຖວທ ນະຄອນຫລວງພະບາງ ໄດ້ກ່າວວ່າ: ໃນເທສະບານ ນະຄອນຫລວງພະບາງ ມີປ້າຍໂຄສະນາລວມທັງໝົດ 988 ປ້າຍ ໃນນັ້ນ, ພະແນກ ຖວທ ແຂວງຄຸ້ມຄອງ 583 ປ້າຍ, ຫ້ອງການ ຖວທ ນະຄອນ ຄຸ້ມຄອງ 405 ປ້າຍ; ປ້າຍໂຄສະນາທີ່ມີໃບອະນຸຍາດ 737 ປ້າຍ ແລະ ຖວທ ແຂວງຄຸ້ມຄອງ ອອກໃບອະນຸຍາດຈຳນວນ 583 ປ້າຍ, ໃນນີ້ມີປ້າຍເຮືອນພັກ 19 ປ້າຍ, ຮ້ານອາຫານ 15 ຮ້ານ, ໂຮງແຮມ 19 ປ້າຍ, ບໍລິສັດ 85 ປ້າຍ, ໂຄສະນາຜະລິດຕະພັນເບຍລາວ 445 ປ້າຍ ແລະ ຫ້ອງການ ຖວທ ນະຄອນ ໄດ້ຄຸ້ມຄອງ ອອກໃບອະນຸຍາດ 154 ປ້າຍ; ປ້າຍຮ້ານອາຫານ ແລະ ຮ້ານບໍລິການມີ 115 ຫົວໜ່ວຍ, ປ້າຍບໍລິສັດຂົນສົ່ງ 31 ຫົວໜ່ວຍ, ປ້າຍຊົ່ວຄາວ 8 ຫົວໜ່ວຍ, ເຊິ່ງໄດ້ແກ້ໄຂ ເຮັດບົດບັນທຶກຮື້ຖອນປ້າຍ ທີ່ບໍ່ຖືກຕ້ອງຕາມລະບຽບການ ຈຳນວນ 37 ຫົວໜ່ວຍ ພ້ອມທັງແກ້ໄຂປ້າຍໄດ້ແລ້ວ 26 ຫົວໜ່ວຍ ພວມສືບຕໍ່ແກ້ໄຂປະຕິບັດ 11 ຫົວໜ່ວຍ.
ຜູ້ເຂົ້າຮ່ວມ, ຍັງໄດ້ຮັບຟັງຂໍ້ຕົກລົງຂອງເຈົ້າແຂວງຫລວງພະບາງ ວ່າດ້ວຍການຄຸ້ມຄອງປ້າຍ ແລະການປະດັບປະດາ ຢູ່ໃນນະຄອນຫລວງພະບາງ ແລະ ຜ່ານຂໍ້ຕົກລົງຂອງເຈົ້ານະຄອນຫລວງພະບາງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຄຸ້ມຄອງ, ກວດກາ ແລະ ແກ້ໄຂ ການຕິດຕັ້ງປ້າຍໂຄສະນາຢູ່ນະຄອນ ເພື່ອໃຫ້ການປະຕິບັດລະບຽບການມີຄວາມເຂັ້ມງວດ.
ທ່ານ ວິໄລທອງ ມະນີວອນ ຮອງເຈົ້າແຂວງ ໄດ້ເນັ້ນໃຫ້ທຸກອົງການທີ່ກ່ຽວຂ້ອງ, ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ, ແກ້ໄຂປ້າຍໂຄສະນາ ແນະນໍາໃຫ້ຖືກຕ້ອງຕາມລະບຽບການ, ພ້ອມທັງສ້າງເປັນແຜນການ, ແຜນງານ ແຕ່ລະໄລຍະຢ່າງລະອຽດ ລົງແຕ່ລະເສັ້ນທາງພາຍໃນ ນະຄອນຫລວງພະບາງທົ່ວເຖິງ. ສ່ວນປະຊາຊົນ, ນັກທຸລະກິດຕ້ອງມີສ່ວນຮ່ວມ ເປັນເຈົ້າການຮັກສາຄວາມສະອາດ, ຄວາມເປັນລະບຽບຮຽກຮ້ອຍ ເພື່ອເຮັດໃຫ້ນະຄອນຫລວງພະບາງ ເຕັມໄປດ້ວຍຄວາມສວຍງາມ ດຶງດູດນັກທ່ອງທ່ຽວ ທັງແຂກພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ອງທ່ຽວຫລາຍຂຶ້ນ.