ວັນທີ 15 ພະຈິກ 2023 ກະຊວງພາຍໃນ ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານກ່ຽວກັບການກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ສະມຊິກພັກ, ພະນັກງານ ໂດຍການເປັນປະທານ ຂອງ ທ່ານ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ, ມີທ່ານນາງ ທອງຈັນ ແກ້ວແສນຫອມ ຄະນະປະຈຳພັກ ຫົວໜ້າກົມເອກະສານແຫ່ງຊາດ ກະຊວງພາຍໃນ, ມີຄະນະພັກ, ຄະນະນຳກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊ ໄດ້ເຜີຍແຜ່ເອກະສານ ຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳສັ່ງ 411/ຄລສພ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳແນະນຳ 211/ຄຈສພ ການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳແນະນຳກ່ຽວກັບການສ້າງຂະບວນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ທ່ານນາງ ທອງຈັນ ແກ້ວແສນຫອມ ໄດ້ເຜີຍແຜ່ຄຳແນະນຳ 285/ຄກສພ ການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດແນະນຳ 5/ຫສພ (ສະບັບປັບປຸງ) ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ.
ການຈັດຕັ້ງເຊື່ອມຊຶມບັນດາເອກກະສານສຳຄັນຄັ້ງນີ້ ແມ່ນແນໃສ່ເຮັດໃຫ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງພາຍໃນໄດ້ເຊື່ອມຊຶມ,ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນບັນດາເອກກະສານກ່ຽວກັບການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂດຍສະເພາະແມ່ນກະກຽມດ້ານບຸກຄະລາກອນທີ່ມີມາດຖານເງື່ອນໄຂທີ່ຈະອອກສະໝັກຮັບເລືອກຕັ້ງເປັນຄະນະພັກຊຸດໃໝ່ແຕ່ລະຂັ້ນ ແລະ ເປັນເອກກະພາບກັນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ພ້ອມທັງຫັນເປັນແຜນການລະອຽດຂອງແຕ່ລະຮາກຖານພັກໃຫ້ປະກົດຜົນເປັນຈິງ.