ວັນທີ 14 ພະຈິກ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ເຊິ່ງນຳໂດຍ ທ່ານ ເຄນອິຈິ ໂຄບະຢະຊິ (Kenichi KOBAYASHI), ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ Shinichi KITAOKA ທີ່ປຶກສາພິເສດ ຂອງປະທານອົງການ JICA ປະຈຳສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນ ຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດລຶບ ລ້າງຄວາມທຸກຍາກ ຢູ່ ສປປ ລາວ ມາເປັນເວລາຫລາຍສິບປີ, ເຮັດໃຫ້ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກ ແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະບານ ແລະ ປະຊາຊົນ ສອງປະເທດ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນ ເປັນກ້າວໆ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ທີ່ ມີປະສິດທິຜົນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ຂົງເຂດກະສິກຳ, ການພັດທະນາຊົນນະບົດ, ສາທາລະນະ ສຸກ, ການສຶກສາ, ຫັດຖະກຳ ແລະ ຂົງເຂດອື່ນໆ ເຊິ່ງການຊ່ວຍເຫລືອດັ່ງກ່າວ ໄດ້ກາຍເປັນທ່າແຮງອັນສຳຄັນ ໃຫ້ ແກ່ການສ້າງສາພັດທະນາ ສປປ ລາວ ຢ່າງແທ້ຈິງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີທ່ານເອກອັກ ຄະລັດຖະທູດ ກໍຄື ລັດຖະບານຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕາມຂະ ແໜງການທີ່ ສປປ ລາວ ມີຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນການພັດທະນາ ໃນປັດຈຸບັນ ກໍຄື ອະນາຄົດ ໂດຍເລືອກເຟັ້ນເອົາອາສາສະໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມສາມາດສະເພາະດ້ານ ເພື່ອມາ ຊ່ວຍຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ສປປ ລາວ; ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດຄວາມຮູ້ຄວາມ ສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊຸມຊົນທ້ອງຖິ່ນ ເພື່ອເປັນການປະກອບສ່ວນເຮັດໃຫ້ ສາຍພົວພັນມິດຕະພາບຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ, ທ່ານ ໄດ້ ແຈ້ງໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມທັງ ທິດທາງແຜນ ວຽກຈຸດສຸມໃນຕໍ່ໜ້າ ຂອງລັດຖະບານ ສປປ ລາວ.
ທ່ານເອກອັກຄະລັດຖະທູດ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ຂອງ ສປປ ລາວ; ໄດ້ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ດ້ານຕ່າງໆ ໃຫ້ແກ່ອາສາສະໝັກຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນເອງ ຢູ່ ສປປ ລາວ ເຮັດໃຫ້ມີຜົນ ສໍາເລັດທີ່ພົ້ນເດັ່ນຫລາຍດ້ານ; ຫວັງຢ່າງຍິ່ງວ່າ ໃນອະນາຄົດ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກພາກສ່ວນທີ່ ກ່ຽວຂ້ອງຂອງ ສປປ ລາວ ເພື່ອຮ່ວມມືກັນຈັດຕັ້ງປະຕິບັດບັນດາແຜນການທີ່ໄດ້ຕົກລົງຮ່ວມກັນ ໃຫ້ມີຜົນສໍາເລັດ, ແລະ ມີປະສິດທິຜົນ, ສາມາດນໍາເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງປະເທດ. ນອກນັ້ນ ຍັງແຈ້ງໃຫ້ຊາບ ກ່ຽວກັບສະພາບການເຄື່ອນໄຫວວຽກງານ ຂອງອາສາສະໝັກຍີ່ປຸ່ນ ຢູ່ ສປປ ລາວ ເຫັນວ່າ ນັບແຕ່ປີ 1965 ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງອາສາສະໝັກຍີ່ປຸ່ນ ຫລາຍກວ່າ 1.059 ຄົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ເຊິ່ງມີຈຸດປະສົງ ເພື່ອແລກປ່ຽນ, ຖ່າຍທອດບົດຮຽນ ທາງດ້ານເຕັກນິກວິຊາການ ໃຫ້ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຂົງເຂດຕ່າງໆ ເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ, ຂະແໜງສາທາລະນະສຸກ, ຂະແໜງ ກະສິກຳ ແລະ ປ່າໄມ້, ການພັດທະນາຊົນນະບົດ ແລະ ອື່ນໆ.
