ລມຕ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເນັ້ນໃຫ້ເອົາໃຈໃສ່ຈັດເກັບລາຍຮັບຈາກເຊົ່າສໍາປະທານທີ່ດິນຂອງລັດ ໃຫ້ບັນລຸຕາມແຜນ

ວັນທີ 14 ພະຈິກ 2023, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມການນໍາຫລັກແຫລ່ງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ຈຳປາສັກ ເພື່ອຊຸກຍູ້ວຽກງານຮອບດ້ານ ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ – ຄະນະພະແນກ ເອົາໃຈໃສ່ວຽກງານການສຶກສາອົບຮົມດ້ານການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ.
ພ້ອມນີ້ ກໍໃຫ້ເອົາໃຈໃສ່ປະຕິບັດແຜນການສູ້ຊົນອອກໃບຕາດິນ, ການຈັດເກັບລາຍຮັບຈາກເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນການຍິ່ງເປັນການດີ. ເອົາໃຈໃສ່ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານວຽກງານດ້ານສິ່ງແວດລ້ອມ, ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ, ການຄຸ້ມຄອງຊັບພະຍາກອນນໍ້າ. ວຽກງານໃດທີ່ເປັນບັນຫາຂອງທ້ອງຖິ່ນ ກໍສະເໜີກະຊວງ, ອັນໃດພໍແກ້ໄຂໄດ້ ກໍຮ່ວມກັນແກ້ໄຂ ເພື່ອໃຫ້ວຽກງານຕ່າງໆມີການພັດທະນາດີຂຶ້ນ.

