ຮອງປະທານສະພາ ຖະແຫລງ ຜົນສຳເລັດການພິຈາລະນາວຽກງານວຽກງານ ຂອງສະພາແຫ່ງຊາດ

ຕອນແລງຂອງວັນທີ 14 ພະຈິກ 2023 ນີ້, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຖະແຫລງ ຜົນສຳເລັດການພິຈາລະນາວຽກງານ ຂອງສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ດ້ວຍຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈໍາ ສະພາແຫ່ງຊາດ ແລະ ຄວາມຮັບຜິດຊອບສູງ ຕໍ່ວຽກງານຂອງ ກໍາມາທິການສະພາແຫ່ງຊາດ ເຮັດໃຫ້ສະພາແຫ່ງຊາດ ຍາດໄດ້ຜົນສໍາເລັດຫລາຍດ້ານ ເປັນຕົ້ນ ດ້ານນິຕິບັນຍັດ, ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງ ລວມເຖິງ ການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ອື່ນໆ.
ສຳລັບ ດ້ານນິຕິບັນຍັດ ການສ້າງ ແລະ ປັບປຸງກົດໝາຍ ສາມາດບັນລຸໄດ້ 52 ສະບັບ, ໄດ້ປັບປຸງກົດໝາຍຂົງເຂດສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອຮັບໃຊ້ໃຫ້ແກ່ການປະຕິບັດ ສອງວາລະແຫ່ງຊາດ, ພ້ອມທັງ ຄົ້ນຄວ້າປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ມີຈໍານວນ 40 ສະບັບ; ສຳເລັດການຈັດຕັ້ງປະເມີນການປະຕິບັດກົດໝາຍ ຂົງເຂດເສດຖະກິດ-ການເງິນ, ຂົງເຂດຍຸຕິທໍາ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດສະພາແຫ່ງຊາດ ຈໍານວນ 15 ສະບັບ; ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ, ຈໍານວນໜຶ່ງຕາມການສະເໜີຂອງລັດຖະບານ. ສ່ວນດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໂດຍໄດ້ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ການເລືອກຕັ້ງບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງລັດ, ຮັບຮອງເອົາ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຕາມກົດໝາຍກໍານົດ; ດໍາເນີນກອງປະຊຸມສະໄໝສາມັນ 5 ຄັ້ງ ເພື່ອພິຈາລະນາ 160 ເນື້ອໃນ, ອອກເປັນມະຕິ 122 ສະບັບ; ດໍາເນີີນກອງປະຊຸມສະໄໝວິສາມັນ 1 ເພື່ອພິຈາລະນາຮັບຮອງເອົາ 2 ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຈໍານວນ 33 ຄັ້ງ ເພື່ອພິຈາລະນາ 513 ເນື້ອໃນ ແລະ ອອກເປັນມະຕິ ຈໍານວນ 223 ສະບັບ. ດ້ານການຕິດຕາມກວດກາ ໄດ້ຄົ້ນຄວ້າບັນຫາເຄັ່ງຮ້ອນຂອງສັງຄົມ ເພື່ອກໍານົດເປັນຫົວຂໍ້ຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ບັນດາກໍາມາທິການສະພາແຫ່ງຊາດ ຈໍານວນ 70 ຄັ້ງ; ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຈຳນວນ 5 ຄັ້ງ ຊຶ່ງໄດ້ພິຈາລະນາ 39 ເນື້ອໃນ; ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ໃນແຕ່ລະປີ; ຕິດຕາມກວດກາ ດ້ວຍການປະກອບຄໍາເຫັນ, ຕັ້ງຄໍາຊັກຖາມໃນກອງປະຊຸມສະພາແຫ່ງຊາດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈໍານວນ 22 ພາກສ່ວນ ມາຊີ້ແຈງ, ກວມເອົາ 183 ຄໍາຖາມ ທີ່ພົວພັນກັບ ການພັດທະນາເສດຖະກິດ-ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ;ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງ ຈໍານວນ 1.429 ເລື່ອງ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງ 919 ເລື່ອງ; ໄດ້ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ໄດ້ຈຳນວນ 834 ຄັ້ງ.
ສຳລັບ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ຈະຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຊຶ່ງລວມມີຈໍານວນ 40 ສະບັບ; ຄົ້ນຄວ້າ ແລະ ກະກຽມໃຫ້ແກ່ການປັບປຸງລັດຖະທໍາມະນູນ; ຄົ້ນຄວ້າ, ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີ ຂອງລັດຖະບານ. ພ້ອມທັງ ຈະເອົາໃຈໃສ່ຊີ້ນໍາໃນການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ເອກະພາບກ່ຽວກັບເນື້ອໃນແຕ່ລະບັນຫາ ກ່ອນຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7, ເທື່ອທີ 8, ເທື່ອທີ 9 ແລະ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ດໍາເນີນກອງປະຊຸມຄະນະປະຈໍາສະພາ ແຫ່ງຊາດປະຈໍາເດືອນເປັນປົກກະຕິ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ.
ສ່ວນ ທິດທາງແຜນການ ປະຈໍາປີ 2024 ສະພາແຫ່ງຊາດ ຊຸດທີ IX ຈະສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2024 ຈໍານວນ 26 ສະບັບ; ຄົ້ນຄວ້າ ກະກຽມປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ເພື່ອຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ; ຄົ້ນຄວ້າການໃຫ້ສັດຕະຍາບັນແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ແລະ ອື່ນໆ.