ຕໍາຫລວດສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ຫລາຍລາຍມາດໍາເນີນຄະດີ
ກົມຕໍາຫລວດຕ້ານ ແລະ ສະກັດກັ້ນຢາເສບຕິດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕ້ານຢາເສບຕິດໃນຫລາຍທ້ອງຖິ່ນສາມາດຈັບຕົວຜູ້ຄ້າຢາເສບຕິດລາຍໃຫຍ່ຫລາຍລາຍມາດໍາເນີນຄະດີ ຄື: ເວລາປະມານ 17:30 ໂມງຂອງວັນທີ 23 ກັນຍານີ້, ເຈົ້າໜ້າທີ່ ປກສ ເມືອງປາກທາແຂວງບໍ່ແກ້ວ, ສາມາດຈັບຕົວທ້າວ ເຢະປໍວາ ອາຍຸ 42 ປີ ແລະ ນາງໄມວາງວື ອາຍຸ 20 ປີຢູ່ບ້ານຈອມຈຸກເມືອງຫ້ວຍຊາຍແຂວງບໍ່ແກ້ວ, ພ້ອມຂອງກາງຢາບ້າ 6 ເປົາເທົ່າກັບ 480 ມັດ ຊຸກເຊື່ອງໄວ້ຢູ່ໃນລົດກະບະວີໂກ້ສີຂາວໝາຍເລກທະບຽນ ມດ 9992 ກໍາແພງນະຄອນ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວ, ໄດ້ເອົາມາຈາກຂະບວນການຄ້າຢາເສບຕິດຢູ່ພາກເໜືອເພື່ອໄປສົ່ງໃຫ້ລູກຄ້າຢູ່ແຂວງບໍ່ແກ້ວ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ ແລະ ກ່ອນໜ້ານັ້ນ, ເຈົ້າໜ້າທີ່ແຂວງດັ່ງກ່າວກໍສາມາດຈັບຕົວ ທ້າວ ຈ່າລໍຊີ ອາຍຸ 25 ປີຢູ່ບ້ານຈ່າຢີເມືອງລອງແຂວງຫລວງນໍ້າທາ, ພ້ອມຂອງກາງຢາບ້າ 40 ພັນເມັດຊຸກເຊື່ອງໄວ້ໃນຖົງພາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເອົາມາຈາກຂະບວນການຄ້າຢາເສບຕິດໃນປະເທດມຽນມາ ເພື່ອໄປສົ່ງໃຫ້ລູກຄ້າແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ ແລະ ຄະດີຢາເສບຕິດລາຍໃຫຍ່ນີ້, ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ແຂວງວຽງຈັນ, ໄດ້ນໍາກໍາລັງລົງ ມ້າງແຫລ່ງມົ້ວສຸມຢາເສບຕິດຢູ່ເຂດບ້ານໂພນງາມເມືອງໂພນໂຮງແຂວງວຽງຈັນ ແລະ ສາມາດຈັບຕົວຜູ້ມົ້ວສຸມຢາເສບຕິດໄດ້ຫລາຍຄົນຄື: ທ້າວ ຈິດ ອາຍຸ 42 ປີຢູ່ບ້ານໂພນຫໍ, ທ້າວ ຄຳເສັງ ອາຍຸ 24 ປີ, ທ້າວ ສີລິມຸງຄຸນ ອາຍຸ 20 ປີຢູ່ບ້ານນາເລົ່າ, ທ້າວ ນ້ອຍ ອາຍຸ 34 ປີຢູ່ບ້ານໂພນໂຮງ ແລະ ນາງ ລີ ອາຍຸ 29 ປີຢູ່ບ້ານໂພນງາມເໜືອເມືອງໂພນໂຮງແຂວງວຽງຈັນ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາຮັບສາລະພາບວ່າໄດ້ຮ່ວມກັນເສບ ແລະ ຂາຍຢາເສບຕິດມາດົນແລ້ວ, ໂດຍຊື້ນໍາເຄືອຂ່າຍຢາເສບຕິດໃນແຂວງວຽງຈັນ, ພ້ອມທັງໄດ້ຊັກທອດຫາຜູ້ຮ່ວມຂະບວນການອີກຫລາຍກຸ່ມ, ຊຶ່ງເຈົ້າໜ້າທີ່ພວມເລັ່ງນໍາຈັບຕົວມາດໍາເນີນຄະດີໃຫ້ໄດ້ໂດຍໄວ.
