ລະບຽບການນຳໃຊ້ເຄື່ອງສຽງ ໃນງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງຂາຍສິນຄ້າ ປະຈຳປີ 2023

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023  ຈະໄດ້ຈັດຂຶ້ນລະຫວ່າງ  23-27 ພະຈິກ ທີ່ຈະມາເຖິງນີ້ ຊຶ່ງພາຍໃນງານບຸນແມ່ນມີຫຼາຍກິດຈະກໍາທີ່ໜ້າສົນໃຈ ຖືກຕ້ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວ, ພິເສດພາຍໃນງານຍັງຈະມີພິທີປະກາດ ເປີດປີທ່ອງທ່ຽວລາວ 2024 ຕື່ມອີກ.​

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ ກ່ຽວກັບງານບຸນດັ່ງກ່າວ ໃນວັນທີ 11 ພະຈິກ 2023 ວ່າ: ບຸນນະມັດສະການພະທາດຫຼວງປີນີ້,  ນອກຈາກ ຈະໄດ້ເນັ້ນໃສ່ກິດຈະກຳທາງສາສະໜາແລ້ວ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງຊາດ,  ຍັງເນັ້ນໃສ່ການສົ່ງເສີມ, ດຶງດູດການທ່ອງທ່ຽວ ເພື່ອເຮັດໃຫ້ບຸນປີນີ້ມີສີສັນ ແລະ ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ  ທີ່ເຂົ້າມາທ່ຽວຊົມງານບຸນ ເປັນຕົ້ນແມ່ນການຕົບແຕ່ງສະຖານທີ່ ບໍລິເວນຈັດງານ ທີ່ສະແດງໃຫ້ເຫັນຄວາມເປັນລາວ ເປັນເອກະລັກ, ວັດທະນະທຳ ແລະ ສວຍງາມຢູ່ຫຼາຍຈຸດ ນັບແຕ່ບໍລິເວນຮອບນອກ, ຮອບໃນ ແລະ ຈຸດສຳຄັນຕ່າງໆ, ເພື່ອໃຫ້ມວນຊົນທີ່ເຂົ້າມາທ່ຽວຊົມໄດ້ຖ່າຍພາບ. ນອກນີ້, ຍັງຈະມີການປະກວດຮ້ອງເພງນັກຮ້ອງສຽງດີ ເພື່ອສົ່ງເສີມການສ້າງສິນລະປິນຮຸ່ນໃໝ່,   ອອກຮັບໃຊ້ສັງຄົມໃຫ້ຫຼາຍ. ພ້ອມນີ້ ຄະນະກຳມະການຈັດງານຍັງ ໄດ້ກະກຽມ ຈັດສັນລົດຂົນສົ່ງມວນຊົນ ເຂົ້າຊົມໃນງານແບບບໍ່ເສຍຄ່າ ປະກອບມີລົດເມ, ລົດບໍລິການແທັກຊີສີຟ້າ, ລົດກ໋ອກກ໋ອກ,  ແນໃສ່ໃຫ້ການສັນຈອນບໍ່ແອອັດ ໂດຍການກຳນົດຈຸດຮັບ-ສົ່ງແຕ່ລະຈຸດ. ຄະນະກຳມະການຈັດງານ ໄດ້ອອກລະບຽບ ໂດຍສະເພາະ ການຫ້າມໃຊ້ເຄື່ອງສຽງ, ສຳລັບປີນີ້ແມ່ນມີຄວາມຈຳກັດ ຊຶ່ງໄດ້ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ມີຂອງຄະນະກຳມະການເວທີກາງ, ໂທລະໂຄ່ງ ປະຈຳງານ; ສ່ວນຜູ້ປະກອບການຊາວຄ້າ-ຂາຍ  ແມ່ນສາມາດໃຊ້ເຄື່ອງສຽງໄມຫ້ອຍແອວ, ປາກເລີ້ ແບບມືຖື,  ໄມ ລຳໂພງ 1 ໜ່ວຍ ແບບບໍ່ມີເບດ, ແອມ. ສຳລັບຮ້ານຄ້າຂາຍ ທີ່ຕ້ອງການນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ຈະຕ້ອງໄດ້ຈ່າຍຄ່າລົງທະບຽນ 5 ລ້ານກີບ (ໃນເງື່ອນໄຂທີ່ທາງຄະນະກໍາມະການເຫັນດີ ເພື່ອເປັນການຈໍາກັດ ໃນຄວາມເໝາະສົມຂອງຮ້ານນັ້ນໆ). ເພື່ອຄວບຄຸມເຄື່ອງສຽງຕາມຄວາມເໝາະສົມຂອງຮ້ານ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຍັງຮຽກຮ້ອງໃຫ້ສັງຄົມ, ປະຊາຊົນ ບັນດາເຜົ່າ   ຕ້ອງມີສ່ວນຮ່ວມນຳກັນໃນການ ເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ແລະ ງານສໍາຄັນ ຕ່າງໆເຊັ່ນ: ການແຕ່ງກາຍ  ເພດຍິງຕ້ອງໃສ່ສີ້ນ, ເສື້ອສຸພາບ ຫຼື ໃສ່ຊຸດປະເພນີ, ເກົ້າຜົມບ່ຽງແພ ໄປແຕ່ບ້ານ ຍິ່ງຈະເປັນການດີ ແລະ  ສຳລັບ ທ່ານຊາຍ ກໍໃຫ້ໃສ່ເສື້ອຜ້າທີ່ສຸພາບຮຽບຮ້ອຍ; ພ້ອມກັນເປັນເຈົ້າການໃນການຮັກສາຄວາມສະອາດ, ໃຫ້ຖິ້ມຂີ້ເຫຍື້ອໃສ່ຖັງຕາມຈຸດທີ່ກຳນົດ, ປະຕິບັດຂໍ້ຫ້າມຕ່າງໆຢ່າງເຂັ້້ມງວດ.

ສ່ວນການຂາຍເຄື່ອງໃຫ້ໄປຕາມເຂດ ທີ່ຄະນະກຳມະການຈັດສັນ ເປັນຕົ້ນແມ່ນ ລໍ້ຍູ້ຂາຍເຄື່ອງ, ເຂົ້າຫຼາມ, ປີ້ງໄກ່ ແລະ ຮ້ານຂາຍເຄື່ອງຕ່າງໆ ຕ້ອງໄປຕາມເຂດທີ່ຄະນະຈັດສັນໄວ້ໃຫ້. ບຸນນະມັດສະການ ພະທາດຫຼວງ ຈັດຂຶ້ນເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ  ທີ່ໄດ້ເຄີຍປະຕິບັດສືບທອດກັນມາ ແຕ່ບູຮານນະການ ໃຫ້ຢູ່ຄຽງຄູ່ກັບ ຄົນລາວ, ຊາດລາວ ດ້ວຍຄວາມເປັນເອກະລັກ ທີ່ໂດດເດັ່ນແລະເປັນທີ່ຮູ້ຈັກກວ້າງຂຶ້ນໃນເວທີສາກົນ; ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຂາຍ ສິນຄ້າຄອບຄົວຕົວແບບ, ສິນຄ້າພາຍໃນ, ຊຸກຍູ້ສົ່ງເສີມເສດຖະກິດ ພາຍໃນໃຫ້ ມີຄວາມຄ່ອງຕົວດີຂຶ້ນ. ພ້ອມທັງຮັກສາໄດ້ ຮັບປະກັນຄວາມສະຫງົບ, ຄວາມປອດໄພ,  ຄວາມເປັນລະບຽບຮຽບຮ້ອຍ  ແລະ ຄວາມສະອາດຈົບງາມ  ຮັກສາໄດ້ວັດທະນະທຳ ຮີດຄອງປະເພນີ ອັນດີງາມ ຂອງຊາດລາວເຮົາ.