ຄຳສັ່ງເລກທີ 012/ອຄ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາສິນຄ້າ ເປັນເງິນຕາຕ່າງປະເທດ

ວັນທີ 8 ພະຈິກ 2023 ຜ່ານມານີ້ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງເລກທີ 012/ອຄ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ການກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ເພື່ອຜັນຂະຫຍາຍ ມາດຕາ 54, 55 ຂອງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້(2) ຂໍ້ 2.3 ຄໍາສັ່ງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2020 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເອກະພາບກັນໃນຂອບ ເຂດທົ່ວປະເທດ, ໂດຍສະເພາະຂອບເຂດຄວາມຮັບຜິດຊອບຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ຊຶ່ງຕິດພັນ ກັບວຽກງານຄຸ້ມຄອງ ແລະ ຕິດຕາມ, ກວດກາ ທຸກພາກສ່ວນ ໃນການກໍານົດໂຄງປະກອບລາຄາ, ການຕິດ, ການ ປະກາດ ຫຼື ການໂຄສະນາລາຄາ, ການຊໍາລະ ແລະ ຮັບຊໍາລະລາຄາສິນຄ້າ ແລະ ຄ່າບໍລິການ, ລວມທັງການຊື້-ຂາຍ ຜ່ານຊ່ອງທາງການຄ້າເອເລັກໂຕຣນິກ, ການຊື້-ຂາຍຍານພາຫະນະ, ວັດຖຸມີຄ່າ ແລະ ຄ່າບໍລິການໃຫ້ຄໍາປຶກສາ ຢູ່ ສປປ ລາວ ໃຫ້ເປັນເງິນກີບ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາສັ່ງ:

  1. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ຊາວຄ້າຂາຍ, ຜູ້ປະກອບການ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ, ອາໄສຢູ່ ສປປ ລາວ ໃນທ້ອງຖິ່ນຂອງຕົນໃຫ້ກໍານົດໂຄງປະກອບລາຄາ, ການຕິດ, ການປະກາດ ຫຼື ການໂຄສະນາລາຄາ, ການຊໍາລະທຸກຮູບແບບ ລວມທັງການຊື້-ຂາຍ ຜ່ານຊ່ອງທາງ ການຄ້າເອເລັກໂຕຣນິກ, ການຊື້-ຂາຍຍານພາຫະນະ, ວັດຖຸມີຄ່າ ແລະ ຄ່າບໍລິການໃຫ້ຄໍາປຶກສາຢູ່ ສປປ ລາວ ເປັນເງິນກີບເທົ່ານັ້ນ.
  2. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແຕ່ງຕັ້ງເຈົ້າຫນ້າທີ່ກວດກາການຄ້າ ລົງຕິດຕາມ, ກວດກາ ບັນດາຫ້າງຮ້ານທີ່ຢູ່ໃນ ແລະ ນອກ ຕະຫຼາດ, ສູນການຄ້າ, ຫ້າງຊັບພະສິນຄ້າ, ຊາວຄ້າຂາຍ, ຮ້ານອາຫານ, ຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນທ້ອງຖິ່ນຕົນ.
  3. ກໍລະນີພົບເຫັນມີການລະເມີດ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 54 ແລະ 55 ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ດັ່ງນີ້:

3.1. ການລະເມີດທີ່ມີລັກສະນະເບົາບາງ ແລະ ເປັນຄັ້ງທໍາອິດ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງເຮັດ ບົດບັນທຶກເປັນລາຍລັກອັກສອນ ກໍານົດໃຫ້ປັບປຸງປ່ຽນແປງບໍ່ໃຫ້ເກີນ 30 ວັນ;

3.2 ເຈດຕະນາລະເມີດ ຫຼື ເປັນຄັ້ງທີສອງ ແມ່ນໃຫ້ປັບໃໝຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ຂໍ້ 1 ມາດຕາ 55 ແມ່ນປັບໃໝແຕ່ 10.000.000 (ສິບລ້ານ) ກີບ ຫາ 20.000.000 (ຊາວລ້ານ) ກີບ; 3.3 ກໍລະນີລະເມີດຊ້ໍາ ໃຫ້ປັບໃໝສອງເທົ່າ ຂອງມູນຄ່າປັບໃໝຄັ້ງຫຼ້າສຸດ.

  1. ມອບໃຫ້ອົງການປະຕິບັດວຽກງານກວດກາການຄ້າ ສູນກາງ, ຄະນະກຸ່ມວຽກທີ 6 ຕິດຕາມ, ກວດກາ ແລະ ຊຸກຍູ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ໃຫ້ມີປະສິດທິຜົນ ແລ້ວສະຫຼຸບ, ລາຍງານ ຜົນການຈັດຕັ້ງປະຕິບັດ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ເຈົ້ານະຄອນ ຮັບຊາບຢ່າງເປັນປົກກະຕິ;
  2. ໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ນະຄອນຫຼວງ ແຈ້ງໃຫ້ສະພາການຄ້າຕ່າງປະເທດ, ສະມາຄົມ, ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈົ່ງ ຮັບຮູ້ ແລະ ປະຕິບັດຕາມຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ;
  3. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.