ຈັບຊາຍໜຸ່ມ 2 ຄົນ ຊຸກເຊື່ອງຢາບ້າໄວ້ຖົງເຄື່ອງ 60.000 ເມັດ ຄາລົດເມ ອຸດົມໄຊ-ນະຄອນຫລວງວຽງຈັນ

ວັນທີ 7 ພະຈິກ 2023 ເຈົ້າໜ້າທີ່ໜ່ວຍສະເພາະກິດ ປກສ ແຂວງອຸດົມໄຊ ປະຈໍາຢູ່ຈຸດກວດກາຫລັກ 44 ( ເສັ້ນ ທາງອຸດົມໄຊ-ຫລວງພະບາງ ) ໄດ້ລັດກວດກາລົດເມໂດຍສານ ທີ່ແລ່ນສາຍ ອຸດົມໄຊ-ນະຄອນຫລວງວຽງຈັນ, ໃນຂະນະທີ່ເຈົ້າໜ້າທີ່ ກໍາລັງກວດກາເຄື່ອງຂອງຜູ້ໂດຍສານຢູ່ນັ້ນ ມີຜູ້ໂດຍສານຄົນໜຶ່ງລົງຈາກລົດ ແລ້ວພະຍາຍາມແລ່ນໜີ ແຕ່ເຈົ້າໜ້າທີ່ ໄລ່ນໍາຈັບຕົວມາໄດ້.
ຜ່ານການສອບຖາມຮູ້ຊື່ວ່າ: ທ້າວ ເພັຍ ຫລື ຈ່າ ຈາກນັ້ນຈຶ່ງໄດ້ນໍາຕົວມາກວດກາຖົງເຄື່ອງຂອງຜູ້ກ່ຽວ ພົບເຫັນມີຢາບ້າ ຈໍານວນ 30 ມັດ ມີ 60.000 ເມັດ ແລະ ມີລົດຈັກ ຄິກສີແດງດໍາ ທະບຽນ ຈສ 1096 ອຸດົມໄຊ ທີ່ຜູ້ກ່ຽວເອົາໃສ່ລົດເມ ພ້ອມກັບໝູ່ອີກ 1 ຄົນ ຊື່ ທ້າວ ບີ ຫລື ກູ່.
ສ່ວນລົດເມໂດຍສານ ແລະ ໂຊເຟີລົດ ແມ່ນບໍ່ມີສ່ວນກ່ຽວຂ້ອງກັບການກະທໍາຜິດໃນຄັ້ງນີ້ ຈຶ່ງບໍ່ໄດ້ກັກລົດໄວ້. ຈາກນັ້ນໄດ້ກັກຕົວ ທ້າວ ເພັຍ ຫລື ຈ່າ ອາຍຸ 31 ປີ ແລະ ທ້າວ ບີ ຫລື ກູ່ ອາຍຸ 34 ປີ ທັງສອງຄົນຢູ່ບ້ານນາມົນ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງກາງຢາບ້າ ແລະ ລົດຈັກ ມາດໍາເນີນການສືບສວນ-ສອບສວນຕາມກົດໝາຍ.
ແລະ ໃນຕອນເຊົ້າຂອງວັນທີ 8 ພະຈິກ 2023 ເຈົ້າໜ້າທີ່ ປກສ ໄດ້ປະສານສົມທົບກັບອົງການໄອຍະການປະຊາຊົນແຂວງ ແລະ ອົງການປົກຄອງບ້ານນາມົນ ເຂົ້າກວດຄົ້ນເຮືອນ ຂອງ ທ້າວ ເພັຍ ຫລື ຈ່າ ເເລະ ທ້າວ ບີ ຫລື ກຸ່ ຢູ່ບ້ານນາມົນ ເມືອງໄຊ ແຂວງອຸດົມໄຊ. ຜ່ານການກວດຄົ້ນເຮືອນ ຂອງຜູ້ກ່ຽວທັງສອງຫລັງແມ່ນໄດ້ພົບເຫັນຂອງກາງມີ: ອາວຸດປືນສັ້ນ ຍີ່ຫໍ້ ZORAKI ສີດໍາ 1 ກະບອກ ພ້ອມລູກປືນ 7 ລູກ, ຢາຝິ່ນ 2 ກ້ອນນ້ອຍ ນໍ້າໜັກ 12,6 ກຣາມ, ຢາບ້າ 2 ເມັດ ແລະ ປືນແກັບ 1 ກະບອກ, ເງິນກີບ 1.078.000 ກີບ, ເງິນບາດ 2.000 ບາດ, ໂທລະສັບມືຖື 4 ໜ່ວຍ.
ສຳລັບຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກຮ່ວມຂະບວນການຕໍ່ໄປ.

