ກະຊວງພະລັງງານ ແລະ ບໍ່ແຮ່ ກຳນົດ 6 ເປົ້າໝາຍ ແລະ ວຽກຈຸດສຸມຕ່າງໆເຂົ້າໃນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ

ວັນທີ 8 ພະຈິກ 2023 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ໃນໂອກາດຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:  (2021-2025) ໃນນັ້ນ, ເປົ້າໝາຍທີ 1 ການສໍາຫລວດສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນຊັບພະຍາກອນແຮ່ທາດ ທົ່ວປະເທດ (ຕ້ອງບັນລຸ 2 ຄາດໝາຍ ແລະ 9 ວຽກຈຸດສຸມ) ປັດຈຸບັນ ຍັງບໍ່ທັນປະຕິບັດ ແລະ ກຳລັງຂຶ້ນແຜນຂໍງົບປະມານກັບລັດຖະບານ; ເປົ້າໝາຍທີ 2 ການກຳນົດນະໂຍບາຍການບໍລິຫານຈັດການ-ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ແລະ ຍືນຍົງ (ຕ້ອງບັນລຸ 13 ຄາດໝາຍ ແລະ 13 ວຽກຈຸດສຸມ) ປັດຈຸບັນສຳເລັດສ້າງສູນວິໄຈແຮ່ທາດຫາຍາກ 1 ແຫ່ງ, ໂຮງງານຫລອມແຮ່ເຫລັກ ຍັງຢູ່ໃນຂັ້ນຕອນຮ່ວມສຶກສາຄວາມເປັນໄປໄດ້, ສຳເລັດການສ້າງໂຮງງານປຸງແຕ່ງເກືອໂບຣມ ຈຳນວນ 2 ແຫ່ງ, ຄາດໝາຍຊຸກຍູ້ 33 ໂຄງການ, ປັດຈຸບັນ ຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ທາດ ໃຫ້ກ້າວເຂົ້າສູ່ການເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ໃຫ້ສຳເລັດພາຍໃນປີ 2025 ເຊິ່ງປັດຈຸບັນ ສຳເລັດ 24 ບໍລິສັດ, 50 ກິດຈະການ; ເປົ້າໝາຍທີ 3 ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດ ຕາມກວດກາ ແລະ ການບັງຄັບໃຊ້ກົດໝາຍ (ຕ້ອງບັນລຸ 6 ຄາດໝາຍ ແລະ 13 ວຽກຈຸດສຸມ) ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຍັງມີສິ່ງທ້າທ້າຍຫລາຍຢ່າງ ເຊັ່ນ: ຂໍ້ຈຳກັດດ້ານບຸກຄະລາກອນ ແລະ ໂກຕ້າລັດຖະກອນໃໝ່ ທຽບໃສ່ຈຳນວນໂຄງການໃໝ່ທີ່ຖືກອະນຸຍາດ, ທຶນການສຶກສາຍົກລະດັບໃນວິຊາສະເພາະອັນຈຳເປັນ ຍັງຈຳກັດ, ຍັງ ອີງໃສ່ການຊ່ວຍເຫລືອ, ການກຳນົດແຜນຝຶກອົບຮົມຍັງຕ້ອງເພີ່ມທະວີການຈຸດສຸມ, ການແບ່ງການຄຸ້ມຄອງ ແລະ ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນຕ້ອງໄດ້ຖືກເສີມຂະຫຍາຍ, ການກວດກາ, ຕິດຕາມ ແລະ ປະເມີນຜົນຕ້ອງໄດ້ຖືກປັບປຸງ ແນໃສ່ເພື່ອໃຫ້ມີຄວາມວ່ອງໄວ ປ້ອງກັນບັນຫາ ແລະ ສ້າງຄວາມ ເຂັ້ມແຂງໃຫ້ທ້ອງຖິ່ນໄປພ້ອມກັນ, ພ້ອມນີ້, ດຳລັດວ່າດ້ວຍການປັບໄໝ ແລະ ມາດຕະການຕໍ່ຜູ້ລະເມີດ ໃນກິດຈະການກ່ຽວກັບແຮ່ທາດ ໃກ້ຈະສຳລັດແລ້ວພາຍໃນ ປີ 2024, ຄຳແນະນຳການ ວາງເງິນຄ້ຳປະກັນການປິດບໍ່ແຮ່ ຈະສຳເລັດໃນປີ 2023, ດຳລັດວ່າດ້ວຍແຮ່ທາດຫາຍາກ ຈະສຳລັດແລ້ວພາຍໃນ ປີ 2024. ນອກນີ້, ຕ້ອງໄດ້ຂຸ້ນຂ້ຽວແກ້ໄຂບັນຫາໜີ້ສະສົມ ໃນໂຄງການ ປົກກະຕິ ທີ່ພົວພັນກັບການຈ່າຍຄ່າສຳປະທານ ແລະ ທຶນຕາມສັນຍາ (ຕົວເລກສະສົມປະມານ 20 ກວ່າລ້ານ ໂດລາສະຫະລັດ).
ສຳລັບ ເປົ້າໝາຍທີ 4 ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ (ຕ້ອງບັນລຸ 3 ຄາດ ໝາຍ ແລະ 4 ວຽກຈຸດສຸມ) ເຊິ່ງມີດຳລັດທຶນພັດທະນາຊຸມຊົນ ທີ່ຈະເປັນເງື່ອນໄຂການມີສ່ວນຮ່ວມໃນໂຄງການຂອງບັນດາພາກສັງຄົມ ແລະ ຊຸມຊົນ, ຄາດໝາຍການ ສົ່ງເສີມການນຳໃຊ້ແຮງງານລາວໃນພາກອຸດສາຫະກຳ-ບໍ່ແຮ່ໃຫ້ເພີ່ມຂຶ້ນຕາມລຳດັບ ແລະ ບັນລຸ 90% ເຊິ່ງປັດຈຸບັນ ແມ່ນບໍ່ຫລຸດ 10.000 ຄົນຕໍ່ປີ; ເປົ້າໝາຍທີ 5 ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ (ຕ້ອງບັນລຸ 4 ຄາດໝາຍ ແລະ 6 ວຽກຈຸດສຸມ)ໄດ້ຮ່ວມມືກັບບໍລິສັດ(ສປ ຈີນ) ຄົ້ນຄວ້າກ່ຽວກັບການສ້າງຕັ້ງໂຮງງານຫລອມເຫລັກ ຢູ່ແຂວງຄຳມ່ວນ ກຳ ລັງສຶກສາຂໍ້ມູນເບື້ອງຕົ້ນ ແລະ ເຂດສະເໜີຂໍສຳປະທານແຮ່ເຫລັກ ຍັງບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ກຳລັງສືບຕໍ່ຊຸກຍູ້ ບັນດາບໍລິສັດທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແຮ່ທາດຫາຍາກຕາມເງື່ອນໄຂ ໂດຍໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ເຂົ້າຖືຮຸ້ນ ຕາມແຈ້ງການ ສະບັບເລກທີ 889/ຫສນຍ, ລົງວັນທີ 19 ສິງຫາ 2020 ແລະ ເປົ້າໝາຍທີ 6 ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ (ຕ້ອງບັນລຸ 3 ຄາດໝາຍ ແລະ 4 ວຽກຈຸດສຸມ) ປັດຈຸ ບັນ ກຳລັງສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດດຳລັດທຶນພັດທະນາຊຸມຊົນ, ດຳລັດວ່າດ້ວຍປິດບໍ່ແຮ່ ໃຫ້ມີຄວາມເຊື່ອມສານກັບຍຸດທະສາດການເຕີບໂຕສີຂຽວ ເປັນຕົ້ນ ການສ້າງອາຊີບທີ່ຢືນຍົງ, ການປົກປັກຮັກສາສິ່ງແວດ ລ້ອມ, ການຟື້ນຟູເຂດປິດບໍ່ແຮ່ ໃຫ້ສາມາດຖືກນຳໃຊ້ ໂດຍສັງຄົມ ແລະ ປະຊາຊົນອ້ອມຂ້າງໂຄງການ ແລະ ພັດທະນາຕົວຊີ້ວັດ ຂອງເປົ້າໝາຍພັດທະນາແບບຍືນຍົງ (SDG) ທີ່ຕິດພັນກັບຂະແໜງການ, ສົ່ງເສີມວຽກງານຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມບໍ່ແຮ່ ໃຫ້ມີຄວາມສີຂຽວ ແລະ ຍືນຍົງ, ພ້ອມທັງ ເພີ່ມທະວີຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ໃຫ້ເຂັ້ມງວດ, ໂປ່ງໄສ ແລະ ກວດກາໄດ້ ໂດຍສະເພາະ ລະບຽບການກ່ຽວກັບເກັບລາຍຮັບທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ.